ທ່ານ ຫວໍວັນເຖືອງ, ຫົວໜ້າຄະນະໂຄສະນາສຶກສາສູນກາງ  ແລະທ່ານ ຫວູດຶກດາມ, ຮອງນາຍົກລັດຖະມົນຕີ ໄດ້ເຂົ້າຮ່ວມ ແລະໃຫ້ຄຳເຫັນຊີ້ນໍາ. ທ່ານ ຫວູດຶກດາມ, ຮອງນາຍົກລັດຖະມົນຕີ ຖືວ່າ: ປີ 2017, ພ້ອມກັບທົ່ວປະເທດ, ສື່ມວນຊົນໄດ້ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການພັດທະນາເສດຖະກິດ, ສັງຄົມ, ຮັບປະກັນຄວາມໝັ້ນຄົງດ້ານການເມືອງ, ຍົກສູງທີ່ຕັ້ງຂອງຫວຽດນາມ ໃນເວທີສາກົນ. ສື່ມວນຊົນໄດ້ສ່ອງແສງທັດສະນະຂອງປະຊາຊົນຢ່າງມີຊີວິດຊີວາ, ຊື່ຕົງ, ແມ່ນຊ່ອງໃຫ້ຄໍາປຶກສາກ່ຽວກັບນະໂຍບາຍໃຫ້ລັດຖະບານຢ່າງມີປະສິດທິຜົນ.

ລັດຖະບານ ຍາມໃດກໍ່ຖືເປັນສໍາຄັນການຮ່ວມເດີນທາງ, ການຄຽງບ່າຄຽງໄຫຼ່ຂອງສື່່ມວນຊົນ, ໜູນຊ່ວຍລັດຖະບານວາງອອກນະໂຍບາຍບໍລິຫານຢ່າງເໝາະສົມ ແລະມີປະສິດທິຜົນ. ທ່ານຮອງນາຍົກລັດຖະມົນຕີ ສະເໜີສື່ມວນຊົນສືບຕໍ່ພ້ອມກັບລັດຖະບານ, ພາຍໃຕ້ການນໍາພາຂອງພັກ ປະຕິບັດໜ້າທີ່ສື່ສານໂຄສະນາເປັນຢ່າງດີ, ປະກອບສ່ວນເຮັດໃຫ້ເສດຖະກິດ, ການເມືອງ, ສັງຄົມມີສະຖຽນລະພາບ ແລະພັດທະນາ, ໃນນັ້ນສຸມໃສ່ສື່ຂ່າວໂຄສະນາກ່ຽວກັບການປ່ຽນແປງໃໝ່ລັດວິສາຫະກິດ, ຊຸກຍູ້ການໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ... ບັນດາອົງການສື່ມວນຊົນສົມທົບກັບຂະແໜງກ່ຽວຂ້ອງ, ອົງການຄຸ້ມຄອງຂອງລັດປະຕິບັດການຈັດສັນສື່ມວນຊົນໃຫ້ດີ.

leftcenterrightdel
ທ່ານ ຫວູດຶກດາມ, ຮອງນາຍົກລັດຖະມົນຕີ ພ້ອມດ້ວຍບັນດາການນໍາອົງການສື່ມວນຊົນ ໃນການປະຊຸມແລກປ່ຽນວຽກງານສື່ມວນຊົນຕົ້ນປີໃໝ່ປີຈໍ 2018. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານ ຟ້າມວັນລິງ, ຮອງຫົວໜ້າຄະນະໂຄສະນາສຶກສາສູນກາງ ສະເໜີບັນດາອົງການສື່ມວນຊົນຄວນແກ້ໄຂຂໍ້ຈໍາກັດ, ສືບຕໍ່ໂຄສະນາຂົນຂວາຍປະຕິບັດໜ້າທີ່ການເມືອງຈຸດສຸມຂອງປີ 2018 ຕິດພັນກັບໜ້າທີ່ຈຸດສຸມຂອງອາຍຸການ, ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ແລະມະຕິຕ່າງໆຂອງສູນກາງ, ສະພາແຫ່ງຊາດຢ່າງມີໄຊ.

 

ແປໂດຍ: ກວຽດເຕີມ