ນີ້ແມ່ນຄັ້ງທີສີ່ທີ່ Viettel ມີໜ້າຢູ່ເຫດການປະຈໍາປີໃຫຍ່ທີ່ສຸດຂອງຂະແໜງໂທລະສັບມືຖືໂລກ. ທີ່ງານວາງສະແດງ Viettel ໄດ້ແນະນໍາ 8 ຜະລິດຕະພັນ, ບໍລິການທີ່ຜົ້ນເດັ່ນ, ໂດຍ Viettel ຄົ້ນຄວ້າພັດທະນາເອງໃນຫຼາຍຂົງເຂດ (ການສຶກສາ, Mobile Finance, ຄວາມປອດໄພທາງອິນເຕີແນັດ, ການທ່ອງທ່ຽວ...) ເຊິ່ງໄດ້ຜັນຂະຫຍາຍສໍາເລັດຜົນຢູ່ຫວຽດນາມ ແລະຫຼາຍຕະຫຼາດສາກົນ.

leftcenterrightdel
ທ່ານຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະສື່ສານ ຟ້າມຮົ່ງຫາຍ ຢ້ຽມຊົມຮ້ານວາງສະແດງຜະລິດຕະພັນເຕັກໂນໂລຢີຂອງ Viettel ຢູ່ Mobile World Congress 2018. ພາບ: ມາຍເລ

ຕາມທ່ານ ຕ່າວດຶດຖັ໋ງ, ຮອງຜູ້ອໍານວຍການໃຫຍ່ Viettel  ແລ້ວ: “ເມື່ອນໍາເອົາບັນດາຜະລິດຕະພັນ, ວິທີການແກ້ໄຂຂອງຕົນເຖິງ MWC 2018, ພວກເຮົາປາດຖະໜາຢາກນໍາມາເຊິ່ງວິໄສທັດອື່ນກ່ຽວກັບການປະຕິວັດອຸດສາຫະກໍາ 4.0. ນັ້ນແມ່ນສໍາລັບ Viettel, ສິ່ງໃດກໍ່ສາມາດເກີດຂຶ້ນໄດ້, ສິ່ງໃດກໍ່ສາມາດປະດິດສ້າງຂຶ້ນ.

leftcenterrightdel
ຮ້ານວາງສະແດງຂອງ Viettel ໄດ້ສ້າງແນວຄິດຈາກກຸບຫວຽດນາມ ພົ້ນເດັ່ນຢູ່ງານວາງສະແດງ. ພາບ: ມາຍເລ.

ຫົວຂໍ້ຂອງ MWC 2018 ແມ່ນ “ສ້າງອະນາຄົດອັນດີງາມກວ່າ (Creating a better future). ນີ້ກໍ່ແມ່ນເປົ້າໝາຍ ເຊິ່ງ Viettel ຍາມໃດກໍ່ມຸ່ງໄປເຖິງການປະດິດສ້າງເພື່ອມະນຸດ. ບັນດາຜະລິດຕະພັນທີ່ Viettel ແນະນໍາຢູ່ງານວາງສະແດງຂອງຂະແໜງໂທລະສັບມືຖືໂລກຄັ້ງນີ້ລວມມີ: Data Monitoring – Viettel ແມ່ນບໍລິສັດໂທລະຄົມມະນາຄົມທໍາອິດຢູ່ຫວຽດນາມ ສ້າງສໍາເລັດລະບົບ Data Monitoring.

ກຸ່ມຜະລິດຕະພັນທີ່ພວມປົກປ້ອງລູກຄ້າກວ່າ 90 ລ້ານຄົນຢູ່ 9 ປະເທດ ແລະ 3 ທະວີບ ເຊິ່ງ Viettel ພວມດໍາເນີນທຸລະກິດ: ລະບົບຄົ້ນພົບຄວາມຜິດປົກກະຕິເຄືອຂ່າຍໂທລະຄົມມະນາຄົມ (TAD) ປ້ອງກັນຄວາມປອດໄພໃຫ້ລະບົບສົ່ງສັນຍານໂທລະຄົມມະນາຄົມ, ຊ່ວຍເບີໂທລະສັບມືຖືຫຼີກເວັ້ນໄພຖືກຕິດຕາມທີ່ຕັ້ງ, ລັກຟັງ, ເຮັດປອມເບີໂທລະສັບມືຖື, ຂີ້ລັກເງິນໃນບັນຊີ...

leftcenterrightdel
ນີ້ແມ່ນກາລະໂອກາດເພື່ອໃຫ້ Viettel ພົບປະ, ແລກປ່ຽນກັບບັນດາຄູ່ຮ່ວມມືສາກົນ. ພາບ: ມາຍເລ.

ລະບົບໄລ່ຄ່າບໍລິການເວລາຕົວຈິງ vOCS 3.0 ແມ່ນຜະລິດຕະພັນທີ່ມີລັກສະນະຫຼັກໝາຍສໍາຄັນໃນພາລະກິດຄົ້ນຄວ້າການຜະລິດອຸປະກອນໂທລະຄົມມະນາຄົມຂອງ Viettel, ນໍາຫວຽດນາມກາຍເປັນໜຶ່ງໃນບັນດາປະເທດຜະລິດ OCS ໃຫຍ່ທີ່ສຸດໃນໂລກ.

ບັນດາຜະລິດຕະພັນອື່ນໆທີ່ Viettel ນຳມາແນະນໍາຢູ່ MWC 2018 ຄື: Bankplus, VR... ຄຽງຂ້າງການສໍາຜັດແນະນໍາບັນດາວິທີການເຕັກໂນໂລຢີແລ້ວ, MWC ແມ່ນກາລະໂອກາດເພື່ອໃຫ້ Viettel ພົບປະ, ເຊື່ອມຕໍ່ ແລະເປີດບັນດາການເຄື່ອນໄຫວຮ່ວມມື, ການລົງທຶນພ້ອມກັບບັນດາວິສາຫະກິດໃນຂົງເຂດໂທລະສັບມືຖືທົ່ວໂລກ. ກອງປະຊຸມໂທລະສັບມືຖືໂລກແຕ່ລະປີດຶງດູດ 200 ປະເທດ (ໃນນັ້ນ 60% ແມ່ນມາຈາກຕະຫຼາດເອີຣົບ, 18% ມາຈາກທະວີບອາເມລິກາ ແລະ 15% ທີ່ມາຈາກອາຊີ..), ກວ່າ 2.200 ຮ້ານວາງສະແດງ ແລະ 3.800 ອົງການສື່ມວນຊົນສາກົນ.

ແປໂດຍ: ຫງວຽນກຸກ