ອ້າຍ ບຸ່ຍມິງເກືອງ ເລົ່າສູ່ຟັງວ່າ: “ໃນຊຸມວັນທີ່ຫາກໍ່ມາແຫ່ງນີ້, ສິ່ງທີ່ເຮັດໃຫ້ຂ້າພະເຈົ້າເປັນຫວ່ງທີ່ສຸດນັ້ນແມ່ນພາສາຂອງປະເທດເພື່ອນ, ເພາະວ່າ ຂ້າພະເຈົ້າ ແລະບັນດາເພື່ອນຮ່ວມງານຢູ່ Viettel ລ້ວນແຕ່ບໍ່ຮູ້ພາສາລາວ”. ຄາວນັ້ນ, ເພື່ອແກ້ໄຂສິ່ງກີດຂວາງກ່ຽວກັບການພົວພັນແລກປ່ຽນ, ອ້າຍ ເກືອງ ພ້ອມດ້ວຍເພື່ອນຮ່ວມງານຊາວຫວຽດນາມ ເມື່ອໄປຮອດໃສ, ເຮັດຫຍັງກໍ່ໄປນໍາກັນ, ຮຽນໄດ້ຄໍາສັບໃດກໍ່ຈົດໃສ່ປຶ້ມໄວ້ໃນທັນທີ. ເມື່ອຖືກຖາມວ່າ ພາຍຫຼັງ 3 ປີຢູ່ລາວ, ພື້ນຖານພາສາລາວຄົງຈະໄດ້ດີພໍສົມຄວນແລ້ວນໍ? ອ້າຍ ເກືອງ ເວົ້າວ່າ: “ປັດຈຸບັນ, ຂ້າພະເຈົ້າ ສາມາດເວົ້າໄດ້ 80% ຄໍາສັບທີ່ກ່ຽວຂ້ອງເຖິງວຽກງານ, ສ່ວນການໂອ້ລົມທໍາມະດາແມ່ນໄດ້ປະມານ 60% ຈໍານວນຄໍາສັບທີ່ໃຊ້ປະຈໍາວັນ”.

ຮຽນພາສາລາວເພື່ອແລກປ່ຽນພຽງແຕ່ແມ່ນເລື່ອງເລັກໆນ້ອຍໆສໍາລັບ ເກືອງ ກໍ່ຄືເພື່ອນຮ່ວມງານອື່ນໆຢູ່ Viettel, ເພາະວ່າຫຼັງຈາກນັ້ນຍັງມີຄວາມຫຍຸ້ງຍາກຫຼາຍຢ່າງ ເຊິ່ງພວກອ້າຍຕ້ອງຜ່ານຜ່າ, ຈັກແມ່ນຮົ້ວກີດຂວາງກ່ຽວກັບຖະໜົນຫົນທາງ, ພູມີປະເທດ, ອາກາດ... ຍັງບໍ່ທັນໄດ້ເລົ່າໃຫ້ຟັງ, ມີຈຸດເວລາແຕ່ເດືອນ ມີນາ ປີ 2015 ຮອດເດືອນ ມິຖຸນາ ປີ 2017, ອ້າຍ ເກືອງ ຕ້ອງເຮັດທຸກໆວຽກງານດ້ວຍຕົນເອງ ເພາະວ່າ Viettel ສາຂາແຂວງຜົ້ງສາລີ ໃນຕອນນັ້ນມີພຽງແຕ່ອ້າຍຄົນດຽວທີ່ເປັນຊາວຫວຽດນາມ.

leftcenterrightdel
ທ້າວ ບຸ່ຍມິງເກືອງ (ຜູ້ທີສອງ, ນັບຈາກເບື້ອງຊ້າຍໄປ) ພ້ອມດ້ວຍບັນດາເພື່ອນ ຮ່ວມງານ ຢູ່ Viettel ສາຂາແຂວງຜົ້ງສາລີ. ພາບ: ແຄ໋ງຈີ

ແຕ່ເດືອນ ມິຖຸນາ ປີ 2014 ມາຮອດປະຈຸບັນ, ໃນຖານະຕໍາແໜ່ງເປັນຮອງຫົວໜ້າຫ້ອງການການເງິນຂອງ Viettel ສາຂາແຂວງຜົ້ງສາລີ, ອ້າຍ ເກືອງ ຍາມໃດກໍ່ມານະພະຍາຍາມຊອກຮູ້, ຮໍ່າຮຽນບັນດາຂ້ັນຕອນ, ເອກະສານໃໝ່, ຄຽງຂ້າງນັ້ນ, ອ້າຍຕັ້ງໜ້າເຮັດວຽກພ້ອມກັບບັນດາເພື່ອນລາວເພື່ອເຂົ້າໃຈວຽກງານກວ່າເກົ່າ, ຈາກນັ້ນຍົກອອກບັນດາການຕີລາຄາ ກໍ່ຄືເປັນເສນາທິການໃຫ້ຂັ້ນເທິງປັບປຸງ, ເພີ່ມເຕີມບັນດາຂໍ້ກໍານົດທີ່ເໝາະສົມກັບວຽກງານໃນສະພາບຕົວຈິງ.

ວັນທີ 1 ທັນວາ ປີ 2017, ທ້າວ ບຸ່ຍມິງເກືອງ ເປັນກຽດໄດ້ມີໜ້າໃນພິທີເຊີດຊູແບບຢ່າງກ້າວໜ້າຮອບດ້ານໄລຍະ 2012-2017 ໂດຍບໍລິສັດໃຫຍ່ຫຸ້ນສ່ວນລົງທຶນສາກົນ Viettel (Viettel Global) ຈັດຕັ້ງ. ອ້າຍ ເປັນກຽດແມ່ນໜຶ່ງໃນຈໍານວນ 15 ຄົນເປັນແບບຢ່າງກ້າວໜ້າໃນບໍລິເວນ 10 ປະເທດ ເຊິ່ງໄດ້ Viettel Global ຕີລາຄາວ່າແມ່ນບັນດາບຸກຄົນບໍ່ພຽງແຕ່ປະກອບສ່ວນຊຸກຍູ້, ສ້າງການຫັນປ່ຽນຢ່າງຕັ້ງໜ້າໃນການເຄື່ອນໄຫວຜະລິດ, ດໍາເນີນທຸລະກິດ, ກໍ່ສ້າງກົມກອງເທົ່ານັັ້ນ, ຫາກຍັງແມ່ນແກ່ນສານແຜ່ຂະຫຍາຍຈິດໃຈແຫ່ງການແຂ່ງຂັນ ໄປເຖິງແຕ່ລະໝູ່ຄະນະ, ພະນັກງານ, ພາລະກອນທຸກຄົນອີກດ້ວຍ.

leftcenterrightdel
ການເດີນທາງໄປສໍາຫຼວດເພື່ອຕິດຕັ້ງສະຖານີຂອງກຸ່ມປະຕິບັດງານ Viettel ສາຂາແຂວງຜົ້ງສາລີ. ພາບ: ແຄ໋ງຈີ

ໃນຊຸມປີປະຕິບັດງານຢູ່ປະເທດເພື່ອນມິດລາວ ມີຄວາມຊົງຈໍາຍາກທີ່ຈະຫຼົງລືມໄດ້ສໍາລັບ ເກືອງ. ນັ້ນແມ່ນການເດີນທາງໄປສໍາຫຼວດສະຖານີ PHO205 ໃນວັນທີ 12 ພະຈິກ 2016 ຢູ່ບ້ານ Vupaonuea, ແຂວງຜົ້ງສາລີ. ໃນການເດີນທາງນັ້ນ, ອ້າຍ ເກືອງ ແລະເພື່ອນຮ່ວມງານທີ່ເປັນຄົນລາວສອງຄົນໄດ້ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງຄື: ເສັ້ນທາງໄປມາແມ່ນປະສົບກັບຄວາມຫຍຸ້ງຍາກ, ລົດໂອໂຕຖືກນໍ້າໄຫຼຊຸໄປ... ແຕ່ດ້ວຍການຊ່ວຍເຫຼືອຢ່າງສຸດໃຈຂອງປະຊາຊົນທ້ອງຖິ່ນ, ສຸດທ້າຍອ້າຍ ເກືອງ ແລະບັນດາເພື່ອນຮ່ວມງານກໍ່ໄດ້ໄປເຖິງສະຖານທີ່ສໍາຫຼວດ.

ອ້າຍ ເກືອງ ເວົ້າສູ່ຟັງວ່າ, ດ້ວຍນໍ້າໃຈຮັກເພງ ເຊິ່ງປະຊາຊົນລາວສະຫງວນໃຫ້ແກ່ອ້າຍ ເກືອງ ກໍ່ຄືເພື່ອນຮ່ວມງານຄົນອື່ນໆໃນການເດີນທາງໄປປະຕິບັດງານໃນປີນັ້ນແມ່ນກໍາລັງໜູນເພື່ອໃຫ້ພວກອ້າຍຍອມຮັບກັບຄວາມລໍາບາກ ແລະສ້າງເປັນກໍາລັງແຮງຂອງຊາວ Viettel ຢູ່ປະເທດເພື່ອນລາວ.

 

ແປໂດຍ: ທູຈາງ