ຮັບປະກັັນການຕິດຕໍ່ສື່ສານ

ເນື່ອງຈາກວ່າຝົນຕົກໜັກແກ່ຍາວແຕ່ວັນທີ 9 ຫາວັນທີ 11 ຕຸລາ, ໃນບໍລິເວນເມືອງ ດ່າບັກ (ແຂວງ ຮວ່າບິ່ງ) ໄດ້ເກີດນໍ້າແກ້ງ ແລະດິນເຊາະເຈື່ອນຢ່າງຮ້າຍແຮງ. ຕາມທ່ານ ຫງວຽນດຶກຢຸງ, ປະທານຄະນະກໍາມະການປະຊາຊົນເມືອງ ດ່າບັກ ແລ້ວ, ຝົນຕົກໜັກແກ່ຍາວເປັນເວລາຫຼາຍວັນໄດ້ເຮັດໃຫ້ນໍ້າຖ້ວມຍິ່ງຂຶ້ນສູງ, ເສັ້ນທາງ 433 ຈາກເມືອງໄປເຖິງບັນດາຕາແສງຖືກຕັດຂາດ, ຕົກຢູ່ໂດດດ່ຽວ. ພິເສດ, ຝົນຕົກໜັກໄດ້ກໍ່ໃຫ້ເກີດນໍ້າຊຸ, ນໍ້າແກ້ງຢູ່ຫຼາຍຕາແສງ. ເມືອງ ດ່າບັກ ຖືກເສຍຫາຍທາງດ້ານຊີວິດອິນຊີ  ແລະຊັບສິນຢ່າງໜັກໜ່ວງ.

leftcenterrightdel
ອ້າຍ ເຈີ່ນເທ໋ລິງ, ຫົວໜ້າທີມງານເຕັກນິກ ເມືອງດ່າບັກ, ຂຶ້ນກັບສູນເຕັກນິກ Viettel ສາຂາແຂວງຮວ່າບິ່ງ ຂົນສົ່ງນໍ້າມັນໄປບັນດາສະຖານີ  BTS. ພາບ: ct.qdnd.vn

ຝົນຕົກນໍ້າຖ້ວມໃນສາມວັນຢ່າງຕໍ່ເນື່ອງນັ້ນ, ອ້າຍ ເຈີ່ນເທ໋ລິງ, ຫົວໜ້າທີມງານດ້ານເຕັກນິກເມືອງ ດ່າບັກ, ຂຶ້ນກັບສູນເຕັກນິກ Viettel ສາຂາແຂວງ ຮວ່າບິ່ງ ເກືອບຄືວ່າບໍ່ໄດ້ນອນ. ນ້ຳຊຸ, ນໍ້າແກ້ງໄດ້ກໍ່ຜົນສະທ້ອນຢ່າງຮ້າຍແຮງເຖິງບັນດາສະຖານີສົ່ງສັນຍານ BTS ຂອງ Viettel ຢູ່ເມືອງ ດ່າບັກ. ທົ່ວເມືອງມີ 35 ສະຖານີທີ່ສາຍກາບໃຍແສງຂາດ. ຫຍຸ້ງຍາກກວ່ານັ້ນແມ່ນໄຟຟ້າມອດ, ສະນັ້ນບໍ່ສາມາດເຄື່ອນໄຫວບັນດາສະຖານີ BTS ໄດ້. ລະບົບຂໍ້ມູນຂ່າວສານຂອງບັນດາກົມກອງຕ່າງໆກໍ່ຖືກຕັດຂາດ. ດ້ວຍຄວາມຕັດສິນໃຈແກ້ໄຂບັນດາຂໍ້ຕິດຂັດ, ເຊື່ອມຕໍ່ສັນຍານ Viettel ຄືນໃໝ່ໃນໄລຍະສັ້ນທີ່ສຸດເພື່ອຮັບໃຊ້ວຽກງານກູ້ຊ່ວຍ, ນັບແຕ່ເມື່ອມີຝົນຕົກ, ນໍ້າແກ້ງ, ອ້າຍ ເຈີ່ນເທ໋ລິງ ແລະຜູ້ຮ່ວມງານໄດ້ອອກເດີນທາງ ເພື່ອແກ້ໄຂຂໍ້ຕິດຂັດດັ່ງນັ້ນ.

ຝົນຕົກຢ່າງກະທັນຫັນບໍ່ພຽງແຕ່ກໍ່ຄວາມເສຍຫາຍກ່ຽວກັບຊີວິດອິນຊີ ແລະຊັບສິນຂອງປະຊາຊົນເມືອງ ດ່າບັກ ເທົ່ານັ້ນ, ຫາກສະຖານີ BTS 35 ແຫ່ງຖືກຕັດຂາດໃນເວລາອັນສັ້ນອີກດ້ວຍ. ອ້າຍ ເຈີ່ນເທ໋ລິງ ແລະເພື່ອນຮ່ວມງານໄດ້ແກ້ໄຂຢ່າງວ່ອງໄວ, ຕໍ່ຄືນສາຍຖືກຂາດໄດ້ 33 ສະຖານີ. ສ່ວນ 2 ສະຖານີທີ່ຍັງເຫຼືອຍ້ອນພູມີປະເທດສັບສົນຫຼາຍ ແລະເສົາສົ່ງສັນຍານຖືກນໍ້າພັດໄຫຼໄປ, ສະນັ້ນຈຶ່ງຍັງບໍ່ທັນແກ້ໄຂໄດ້ເທື່ອ.

leftcenterrightdel
Viettel ສາຂາແຂວງ ຮວ່າບິ່ງ ສົມທົບກັບຕໍາຫຼວດແຂວງ ຮວ່າບິ່ງ ຂົນສົ່ງສະບຽງອາຫານຊ່ວຍປະຊາຊົນຢູ່ເຂດປະສົບກັບໄພທໍາມະຊາດ. ພາບ: ct.qdnd.vn

ບັນຫາຍັງເຫຼືອແມ່ນຮັບປະກັນແຫຼ່ງໄຟຟ້າເພື່ອເຄື່ອນໄຫວບັນດາສະຖານີ BTS. ເຄືອຂ່າຍໄຟຟ້າຂອງທົ່ວເມືອງ ດ່າບັກ ຖືກມອດໝົດ. ສະນັ້ນ, ເພື່ອຮັກສາການເຄື່ອນໄຫວຂອງບັນດາສະຖານີ BTS, ບັນດາພະນັກງານ, ພາລະກອນ Viettel ຕ້ອງຂົນສົ່ງເຊື້ອເພີງເພື່ອໃສ່ຈັກປັ່ນໄຟຟ້າ. ເຖິງຢ່າງໃດກໍ່ຕາມ, ຍ້ອນທາງບົກຖືກຕັດຂາດ, ສະນັ້ນ ເພື່ອຂົນສົ່ງເຊື້ອເພີງໄປເຖິງບັນດາສະຖານີແມ່ນຫຍຸ້ງຍາກລໍາບາກທີ່ສຸດ. ບັນດາພະນັກງານ, ພາລະກອນ Viettel ຕ້ອງຂົນສົ່ງເຊື້ອເພີງທາງນໍ້າ, ທາງລົດຈັກ ຫຼື ຊອກຫາທຸກວິທີທາງ, ມີທາງຫຼາຍຕອນລົດຈັກບໍ່ສາມາດໄປໄດ້, ເຂົາເຈົ້າຕ້ອງແບກໃສ່ບ່າ ແລະຍ່າງໄປ. ໄລຍະທາງຍາວທີ່ສຸດເຊິ່ງເຂົາເຈົ້າຕ້ອງແບກເຊື້ອເພີງຍ່າງໄປແມ່ນ 17 ກິໂລແມັດ, ຈຶ່ງນໍາເຊື້ອເພີງໄປເຖິງສະຖານີ BTS.

leftcenterrightdel
ສາຍກາບໃຍແສງ,  ນໍ້າມັນໄດ້ຂົນສົ່ງເຖິງສະຖານທີ່ດິນເຊາະເຈື່ອນ, ເຂດຖືກຕັດຂາດຍ້ອນຝົນຕົກ, ນໍ້າແກ້ງໂດຍພາລະກອນ Viettel ສາຂາແຂວງ ຮວ່າບິ່ງ. ພາບ: ct.qdnd.vn

ບັນດາຄວາມມານະພະຍາຍາມຂອງພະນັກງານ, ພາລະກອນ Viettel ແມ່ນໄດ້ຮັບການຕອບແທນ. ໃນຕະຫຼອດຊຸມວັນເກີດຝົນຕົກ, ນໍ້າຊຸ, ນໍ້າແກ້ງຢູ່ເມືອງ ດ່າບັກ, ລະບົບຕິດຕໍ່ສື່ສານຂອງ Viettel ຍັງເຄື່ອນໄຫວເປັນປົກກະຕິດີພໍສົມຄວນ. ເຖິງວ່າໄຟຟ້າມອດ, ການຄົມມະນາຄົມຖືກຕັດຂາດ, ແຕ່ບັນດາສະຖານີ BTS ຂອງ Viettel ຍັງເຄື່ອນໄຫວເປັນຢ່າງດີ.  ບົນເສັ້ນທາງໄປຫາບັນດາເຂດຖືກຕົກຢູ່ໂດດດ່ຽວຢູ່ເມືອງ ດ່າບັກ, ບັນດານັກຂ່າວຍັງນໍາໃຊ້ສັນຍານ 4G ຂອງ Viettel ເພື່ອອັບເດັດຂ່າວຄາວຮັບໃຊ້ເພື່ອນຜູ້ອ່ານໃນທົ່ວປະເທດ. ແລະຍິ່ງໄປກວ່ານັ້ນ, ສັນຍານຂອງ Viettel ໄດ້ປະກອບສ່ວນສໍາຄັນໃນການເຄື່ອນໄຫວແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພນໍ້າຖ້ວມຢູ່ເມືອງ ດ່າບັກ.

ອາລົມຈິດຂອງພະນັກງານ Viettel

ບ້ານ ຍາບງາ່ວຍ, ຕາແສງ ດົ່ງຣ້ວງ, ເມືອງ ດ່າບັກ ແມ່ນໜຶ່ງໃນຈໍານວນບ້ານຖືກເສຍຫາຍຢ່າງໜັກໜ່ວງໃນເຫດການຝົນຕົກ, ນໍ້າແຫ້ງຜ່ານມາ. ທ່ານ ແກກກົງຮຸງ ໃຫ້ຮູ້ວ່າ, ໃນຄໍ່າຄືນວັນທີ 10 ຕຸລາ, ຝົນຕົກໜັກ, ເມື່ອພໍ່ແມ່ເອີ້ນກັນອອກໄປເບິ່ງສະພາບການວ່າເປັນແນວໃດນັ້ນ, ເຫັນນໍ້າໃນໜອງຍິ່ງຂຶ້ນສູງ, ນໍ້າຫ້ວຍໄຫຼແຮງ. ເຫັນສະພາບການອັນຕະລາຍທີ່ສຸດ, ທົ່ວບ້ານໄດ້ບອກກັນໄປຢູ່ໃນເຮືອ. ພຽງແຕ່ຄາວດຽວຫຼັງຈາກນັ້ນນໍ້າກໍ່ລົ້ນເຂົ້າເຮັດໃຫ້ເຮືອນຊານ, ເຄື່ອງຂອງທັງໝົດຂອງຫຼາຍຄອບຄົວຖືກພັງທະລາຍ, ເປ່ເພ. ວັນທີ 11 ຕຸລາ, ປະຊາຊົນບ້ານ ຍາບງວ່າຍ ຕ້ອງອົດກິນອົດຢາກ. ໂຊກດີແທ້ໆ, ເມື່ອຮອດຕອນຄໍ່າ, ພະນັກງານ, ພາລະກອນ Viettel ໄດ້ມາເຖິງແຈກໝີ່ສຳເລັດຮູບ, ນໍ້າດື່ມ, ສະນັ້ນ, ປະຊາຊົນຈຶ່ງຫຼຸດຜ່ອນຄວາມຫຍຸ້ງຍາກໄປສ່ວນໃດສ່ວນໜຶ່ງ.

leftcenterrightdel
ເນື່ອງຈາກວ່າທາງໄປຫາບັນດາສະຖານີ  BTS ຖືກຕັດຂາດ, ພະນັກງານ, ພາລະກອນ Viettel ສາຂາແຂວງ ຮວ່າບິ່ງ ພ້ອມກັບປະຊາຊົນຂົນສົ່ງນໍ້າມັນດ້ວຍທາງບົກ. ພາບ: ct.qdnd.vn

ເມື່ອເຫັນສະພາບການຝົນຕົກ, ນໍ້າຖ້ວມຢູ່ເມືອງ ດ່າບັກ, ແຂວງ ຮວ່າບິ່ງ ກໍ່ຄວາມເສຍຫາຍດ້ານຊັບສິນຫຼາຍຢ່າງຂອງປະຊາຊົນ, ການນໍາ Viettel ສາຂາແຂວງ ຮວ່າບິ່ງ ໄດ້ສົມທົບກັບຕໍາຫຼວດແຂວງກະກຽມສະບຽງອາຫານ, ກໍາປັ່ນ, ນໍ້າມັນເພື່ອໄປຊ່ວຍພໍ່ແມ່ປະຊາຊົນຢູ່ໃນເຂດຖືກຕັດຂາດ.

ໃນການຮັບມືກັບໄພນໍ້າຖ້ວມ, ຊ່ວຍເຫຼືອປະຊາຊົນປະສົບກັບໄພນໍ້າຖ້ວມ, ນ້ຳແກ້ງຜ່ານມາ, ທ່ານ ຫງວຽນດຶກຢຸງ ໃຫ້ຮູ້ວ່າ, ພະນັກງານ, ນັກຮົບກໍາລັງປະກອບອາວຸດໄດ້ສຸດຈິດສຸດໃຈ, ມີຄວາມຮັບຜິດຊອບໃນການສົມທົບກັບຄະນະພັກ, ອໍານາດການປົກຄອງ ແລະບັນດາຄະນະ, ຂະແໜງການຕ່າງໆເພື່ອຊ່ວຍປະຊາຊົນແກ້ໄຂຜົນຮ້າຍຢ້ອນຫຼັງຈາກຝົນຕົກ, ນໍ້າຖ້ວມ. ພິເສດ, ອ້າຍນ້ອງພະນັກງານ Viettel ສາຂາແຂວງ ຮວ່າບິ່ງ ມີຫຼາຍຄົນໄດ້ຍ່າງຕາກຝົນນັບສິບກິໂລແມັດເພື່ອໄປເຖິງບັນດາ “ສະຖານທີ່ຕິດຂັດ” ແລະແກ້ໄຂສັນຍານໃນການຕິດຕໍ່ພົວພັນ.

 

ແປໂດຍ: ທູຈາງ