ກອງປະຊຸມສໍາມະນາແນໃສ່ຫວນຄືນບັນດາໝາກຜົນກໍ່ຄືແງ່ຫວັງການຮ່ວມມືເຊິ່ງບັນດາຄູ່ຮ່ວມມື ແບນຊິກ - ຂັ້ນລັດຖະບານ, ມະຫາວິທະຍາໄລ ແລະສະຖາບັນຄົ້ນຄວ້າ, ວິສາຫະກິດ - ສາມາດນໍາມາໃຫ້ຂະແໜງກະສິກໍາຂອງຫວຽດນາມ.

leftcenterrightdel
ທ່ານ ເລກ໋ວກຢວານ ຮອງລັດຖະມົນຕີກະຊວງກະສິກໍາ ແລະພັດທະນາຊົນນະບົດກ່າວຄໍາເຫັນທີ່ກອງປະຊຸມສໍາມະນາ. ພາບ: ບັງເຈົາ

ກ່າວຄໍາເຫັນທີ່ກອງປະຊຸມສໍາມະນາ, ທ່ານ ເລກ໋ວກຢວານ ຮອງລັດຖະມົນຕີກະຊວງກະສິກໍາ ແລະພັດທະນາຊົນນະບົດ ຢັ້ງຢືນວ່າ ຫວຽດນາມແມ່ນປະເທດມີທ່າໄດ້ປຽບກ່ຽວກັບກະສິກໍາ, ມີ 7 ເຂດຊີວະພາບດ້ວຍພູມອາກາດພິເສດສະເພາະເໝາະສົມໃຫ້ແກ່ການຜະລິດຜະລິດຕະພັນກະເສດເຂດຮ້ອນຫຼາຍປະເພດ,  ລ້ຽງປູກສິນໃນນ້ຳ ແລະສະໝູນໄພມີຄ່າຫາຍາກ; ມີເຂດທົ່ງພຽງໃຫຍ່ຢູ່ພາກເໜືອ-ພາກໃຕ້, ສະດວກທີ່ສຸດໃຫ້ແກ່ການຜະລິດເຂົ້ານາທາມ ແລະລ້ຽງປູກສິນໃນນ້ຳ. ຄຽງຂ້າງນັ້ນ, ຫວຽດນາມຍັງມີກໍາລັງແຮງງານຊົນນະບົດດຸໝັ່ນ, ມີຫົວຄິດປະດິດສ້າງ... ດ້ວຍບັນດາທ່າໄດ້ປຽບດັ່ງກ່າວ, ກະສິກໍາໄດ້ມີບົດບາດສໍາຄັນໃນການພັດທະນາຂອງປະເທດ.

leftcenterrightdel
                                 ບັນຍາກາດທີ່ກອງປະຊຸມສໍາມະນາ. ພາບ: ບັງເຈົາ

ເຖິງຢ່າງໃດກໍ່ຕາມ, ຕາມທ່ານ ເລກ໋ວກຢວານ ຮອງລັດຖະມົນຕີກະຊວງກະສິກໍາ ແລະພັດທະນາຊົນນະບົດແລ້ວ, ຄຽງຂ້າງບັນດາຜົນງານທີ່ບັນລຸໄດ້, ກະສິກໍາຫວຽດນາມ ກໍ່ພວມປະສົບກັບບັນດາສິ່ງທ້າທາຍໃຫຍ່ຄື: ຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ, ກຳລັງດັນຈາກການແກ້ງແຍ້ງເມື່ອເຊື່ອມໂຍງເຂົ້າກັບສາກົນ... ໃນຊຸມປີຜ່ານມາ ແບນຊິກ ໄດ້ມີການໜູນຊ່ວຍໃຫ້ຫວຽດນາມ ຫຼາຍຢ່າງໃນການຄຸ້ມຄອງແຫຼ່ງນໍ້າ ແລະອະນາໄມສິ່ງແວດລ້ອມຕິດພັນກັບການຫັນເປັນຕົວເມືອງ, ການປ່ຽນແປງຂອງດິນຟ້າອາກາດ, ເພີ່ມທະວີກໍາລັງຄວາມສາມາດ ແລະການບໍລິຫານ...

leftcenterrightdel
ທ່ານ Dirk Achten ຮອງລັດຖະມົນຕີກະຊວງການຕ່າງປະເທດ ແບນຊິກ ກ່າວຄໍາເຫັນທີ່ກອງປະຊຸມສໍາມະນາ. ພາບ: ບັງເຈົາ

ທ່ານ Dirk Achten ຮອງລັດຖະມົນຕີກະຊວງການຕ່າງປະເທດ ແບນຊິກ ຖືວ່າ, ຫວຽດນາມ ແມ່ນປະເທດທີ່ມີບາດກ້າວພັດທະນາກ້າວໜ້າພິເສດ ແລະຫວັງວ່າໃນໄລຍະຈະມາເຖິງ, ສອງປະເທດຈະມີບັນດາການຮ່ວມມືຢ່າງເລິກເຊິ່ງ ກວ້າງຂວາງກວ່າອີກ, ໃນນັ້ນມີຂົງເຂດກະສິກໍາ.

ທີ່ກອງປະຊຸມສໍາມະນາ, ບັນດາຜູ້ແທນໄດ້ສຸມໃສ່ປຶກສາຫາລືສອງຫົວຂໍ້ຄື: ການປ່ຽນແປງໃໝ່ຂະແໜງກະສິກໍາຂອງຫວຽດນາມ ແລະການຜະລິດສະບຽງອາຫານແບບຍືນຍົງຂອງຫວຽດນາມ.


ແປໂດຍ: ເຈິ່ນຮວ່ຽນ