ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ເຂົ້າຮ່ວມເວທີປາໄສດັ່ງກ່າວ. “ດ່າໜັງ ບໍ່ພຽງແຕ່ເປັນນະຄອນທີ່ໜ້າຢູ່ເທົ່ານັ້ນຫາກຍັງເປັນນະຄອນທີ່ເປັນໜ້າລົງທຶນ, ດໍາເນີນທຸລະກິດຢູ່ ຫວຽດນາມ ອີກດ້ວຍ”, ທ່ານ ຫວູຕຽນລົກ ຫົວໜ້າຫ້ອງການການຄ້າ ແລະອຸດສາຫະກຳຫວຽດນາມ (VCCI) ໄດ້ຢັ້ງຢືນຄືດັ່ງກ່າວຕໍ່ໜ້າຜູ້ແທນບັນດາກະຊວງ, ຂະແໜງການຂັ້ນສູນກາງ, ບັນດາຄູ່ຮ່ວມມື, ນັກລົງທຶນ ແລະອົງການຈັດຕັ້ງສາກົນເຂົ້າຮ່ວມເວທີປາໄສເກືອບ 1.000 ຄົນ. ໃນໄລຍະ 9 ເດືອນຕົ້ນປີ 2017, ດ່າໜັງ ມີ 73 ໂຄງການ FDI ທີ່ໄດ້ຮັບໃບອະນຸຍາດດ້ວຍເງິນທຶນຈົດທະບຽນທັງໝົດ 61 ລ້ານໂດລາສະຫະລັດ (ເພີ່ມຂຶ້ນ 4 ເທົ່າ ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2016). ຮອດເດືອນກັນຍາ 2017, ດ່າໜັງ ໄດ້ດຶງດູດ 408 ໂຄງການພາຍໃນປະເທດດ້ວຍຈໍານວນເງິນລົງທຶນບັນລຸໄດ້ 101.379 ຕື້ດົ່ງ ແລະ525 ໂຄງການມີເງິນລົງທຶນໂດຍກົງຈາກຕ່າງປະເທດດ້ວຍຈໍານວນເງິນທຶນຈົດທະບຽນບັນລຸໄດ້ 3 ຕື້ໂດລາສະຫະລັດ. ເພື່ອປະຕິບັັດຕາມການກໍານົດທິດຮອດປີ 2030, ວິໄສທັດຮອດປີ 2050, ນໍາ ດ່າໜັງກາຍເປັນສູນກາງທ່ອງທ່ຽວ, ການບໍລິການທີ່ມີຄຸນນະພາບສູງ ແລະເຕັກໂນໂລຊີສູງຂອງ ຫວຽດນາມ, ຫຼາຍໂຄງການຈຸດສຸມໄດ້ຮັບການຜັນຂະຫຍາຍຮຽກຮ້ອງການລົງທຶນ, ສ້າງກາລະໂອກາດໃຫ້ແກ່ປະຊາຄົມວິສາຫະກິດທັງຢູ່ພາຍໃນ ແລະຕ່າງປະເທດ.

ທີ່ເວທີປາໄສ, ຄະນະກໍາມະການປະຊາຊົນນະຄອນ ດ່າໜັງ ໄດ້ມອບໃບຢັ້ງຢືນຈົດທະບຽນການລົງທຶນ, ຂໍ້ຕົກລົງແຜນນະໂຍບາຍການລົງທຶນ, ແຈ້ງການອະນຸຍາດໃຫ້ຄົ້ນຄວ້າການລົງທຶນ ແລະຜູ້ຕາງໜ້າບັນດາທະນາຄານໄດ້ມອບຂໍ້ຕົກລົງກູ້ຢືມທຶນ, ຂໍ້ຕົກລົງກູ້ຢືມທຶນໃຫ້ 27 ໂຄງການກັບເງິນທຶນທັງໝົດແມ່ນ 35.293 ຕື້ດົ່ງ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ຫວຽດນາມ ແລະການນໍານະຄອນ ດ່າໜັງ ຖ່າຍຮູບເປັນທີ່ລະນຶກກັບບັນດານັກລົງທຶນ. ພາບ: ຫງວຽນແອງເຊີນ.

ກ່າວຄໍາເຫັນທີ່ເວທີປາໄສ, ທ່ານ ເຈືອງກວາງເງ້ຍ ເລຂາພັກນະຄອນ ດ່າໜັງ ຢັ້ງຢືນກັບບັນດາວິສາຫະກິດ, ນັກລົງທຶນວ່າ, ສະພາບແວດລ້ອມແຫ່ງການລົງທຶນ ແລະການດໍາເນີນທຸລະກິດຢູ່ ດ່າໜັງ ຈະໄດ້ຮັບການປັບປຸງຕາມທິດທີ່ສະດວກສະບາຍ, ກະຈ່າງແຈ້ງດ້ວຍບັນດານະໂຍບາຍສົ່ງເສີມການລົງທຶນທີ່ດູດດຶ່ມຢ່າງບໍ່ຢຸດຢັ້ງ; ນະຄອນ ດ່າໜັງ ໄດ້ຮັບການຄັດເລືອກຈາກປະຊາຄົມວິສາຫະກິດເປັນສະຖານທີ່ທີ່ມີສະພາບແວດລ້ອມດໍາເນີນທຸລະກິດດີທີ່ສຸດດ້ວຍ 7 ເທື່ອນໍາໜ້າໃນທົ່ວປະເທດກ່ຽວກັບຕົວເລກດັດຊະນີກຳລັງຄວາມສາມາດແກ່ງແຍ້ງຂັ້ນແຂວງ (PCI), ນໍາໜ້າບັນດາທ້ອງຖິ່ນກ່ຽວກັບຕົວເລກດັດຊະນີການປະຕິຮູບການບໍລິຫານ - PAR Index ແຕ່ປີ 2013 ຫາປີ 2016; 6 ປີລຽນຕິດໄດ້ສັງກັດໃນກຸ່ມບັນດາທ້ອງຖິ່ນທີ່ມີອັນດັບສູງສຸດກ່ຽວກັບຕົວເລກດັດຊະນີຄວາມປະສິດທິຜົນການບໍລິຫານ ແລະການບໍລິຫານສາທາລະນະຂັ້ນແຂວງ (PAPI) ແຕ່ປີ 2013 ຫາປີ 2016…

ກ່າວຄໍາເຫັນຊີ້ນໍາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຮຽກຮ້ອງ ດ່າໜັງ ຕ້ອງມີຍຸດທະສາດເດີນທາງລັດໜ້າ, ເພີ່ມທະວີກໍາລັງແຮງດ້ານເສດຖະກິດ, ພັດທະນາ ດ່າໜັງ ໃຫ້ກາຍເປັນຕົວເມືອງທີ່ເຕີບໃຫຍ່ເຂັ້ມແຂງ ຄື; ສິງກະໂປ, ມີກົນໄກບໍລິຫານທີ່ປອດໂປ່ງ ແລະກະຈ່າງແຈ້ງ, ອໍານາດການປົກຄອງຍາມໃດກໍ່ກຽມພ້ອມເຈລະຈາ, ເສີມຂະຫຍາຍຈິດໃຈ "3 ຮ່ວມເດີນທາງ, 5 ໜູນຊ່ວຍ", ແມ່ນຄູ່ຮ່ວມມືໄວ້ເນື້ອເຊື່ອໃຈຂອງວິສາຫະກິດ ແລະນັກລົງທຶນ. ດ່າໜັງ ບໍ່ພຽງແຕ່ມີຄວາມຮັບຜິດຊອບກັບຕົວເອງເທົ່ານັ້ນຫາກຍັງມີຄວາມຮັບຜິດຊອບກັບທັງເຂດພາກກາງ-ໄຕງວຽນ ອີກດ້ວຍ, ແມ່ນຈຸດສຸມນໍາເສດຖະກິດໃນເຂດພັດທະນາ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ຮຽກຮ້ອງບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຄົ້ນຄວ້າ, ສະເໜີກັບລັດຖະບານ, ທ່ານນາຍົກລັດຖະມົນຕີ ກ່ຽວກັບບັນດາກົນໄກ, ນະໂຍບາຍພິເສດສະເພາະ, ເໝາະສົມເພື່ອໜູນຊ່ວຍ ດ່າໜັງ ຍູ້ໄວລະດັບຄວາມໄວໃຫ້ສໍາເລັດ ແລະດຶງດູດບັນດານັກລົງທຶນຍຸດທະສາດເຂົ້າເຂດເຕັກໂນໂລຊີສູງ ດ່າໜັງ.

 

ແປໂດຍ: ຈາງຫງວຽນ