ໂຮ້ຍອານ ໄດ້ລອດເຂົ້າກຸ່ມບັນດານະຄອນທະເລສວຍງາມ ແລະມີລາຄາຖືກທີ່ສຸດໃນໂລກ
ກປ.ອອນໄລ - ວາລະສານທ່ອງທ່ຽວ Thrillist ທີ່ມີຊື່ສຽງຂອງ ອາເມລິກາ ຫາກໍ່ໄດ້ ຈັດການຄັດເລືອກເອົາບັນດານະຄອນທີ່ມີທະເລສວຍງາມ ແລະມີລາຄາຖືກ ທີ່ສຸດໃນໂລກ.
ນະຄອນໂຮ້ຍອານ. ພາບ: news.zing.vn
ນະຄອນໂຮ້ຍອານຂອງ ຫວຽດນາມ ຢືນອັນດັບທີ 3 ໃນບັນຊີລາຍຊື່ນີ້. ຕາມວາລະສານສະບັບດັ່ງກ່າວແລ້ວ, ນະຄອນທະເລ ໂຮ້ຍອານ ຕັ້ງຢູ່ຄຽງຂ້າງຈອມພູຂຽວສູງສະຫງ່າຫຼາຍໜ່ວຍ, ຫາດຊາຍທະເລກ້ຽງສະເໝີແຫ່ງນີ້ແມ່ນມໍລະດົກໂລກໂດຍອົງການ UNESCO ໄດ້ຮັບຮອງເອົາ. ພຽງແຕ່ 300 ໂດລາສະຫະລັດໃນແຕ່ລະເດືອນ, ທ່ານສາມາດເຊົ່າໄດ້ເຮືອນຫຼັງໜຶ່ງດີພໍສົມຄວນ. ຖ້າວ່າທ່ານຈ່າຍ 500 ໂດລາສະຫະລັດ, ທ່ານສາມາດເຊົ່າໄດ້ຫ້ອງໜຶ່ງ ດ້ວຍເຄື່ອງໃຊ້ຢ່າງຄົບຖ້ວນ.
ແປໂດຍ: ຮຸຍດົງ