ນີ້ແມ່ນກາລະໂອກາດເພື່ອໃຫ້ບັນດາຄູ່ຮ່ວມມືພັດທະນາ ແລະກະຊວງອຸດສາຫະກຳ ແລະການຄ້າໄດ້ແລກປ່ຽນທັດສະນະກ່ຽວກັບການພັດທະນາຂະແໜງພະລັງງານ ຢູ່ ຫວຽດນາມ.

leftcenterrightdel
ບັນຍາກາດພິທີເຊັນຖະແຫຼງການຮ່ວມກ່ຽວກັບການເພີ່ມທະວີການຮ່ວມມືໃນຂົງເຂດພະລັງງານແບບຍືນຍົງ. ພາບ: ລີງອວັນ

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ເຈິ່ນຕ໋ວນແອງ ລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າ ເນັ້ນໜັກວ່າ, ບັນດາການທາບທາມຄຳເຫັນ ລະຫວ່າງບັນດາຄູ່ຮ່ວມມືພັດທະນາ ແລະບັນດາອົງການລັດຖະບານ ຫວຽດນາມ ໃນໄລຍະຜ່ານມາໄດ້ຢັ້ງຢືນເຖິງຄວາມຈໍາເປັນຂອງການສ້າງຕັ້ງ VEPG. ການສ້າງຕັ້ງ VEPG ຈະສ້າງອອກກົນໄກການຮ່ວມມືມີລັກສະນະເລິກເຊິ່ງກວ້າງຂວາງ, ແໜ້ນແຟ້ນ; ຍູ້ແຮງການດຶງດູດແຫຼ່ງກໍາລັງ; ເພີ່ມທະວີປະສິດທິຜົນໃນການທາບທາມຄຳເຫັນກ່ຽວກັບນະໂຍບາຍ, ປະກອບສ່ວນໜູນຊ່ວຍ ຫວຽດນາມ ປະຕິບັດບັນດາເປົ້າໝາຍກ່ຽວກັບຄວາມໝັ້ນຄົງດ້ານພະລັງງານ, ພັດທະນາດ້ານເສດຖະກິດ-ສັງຄົມ ກໍ່ຄືການປະຕິບັດບັນດາຄໍາໝັ້ນສັນຍາສາກົນກ່ຽວກັບການພັດທະນາແບບຍືນຍົງ.

ທ່ານ Bruno Angelet ເອກອັກຄະລັດຖະທູດ-ຫົວໜ້າຄະນະຜູ້ຕາງໜ້າ ອີຢູ ປະຈໍາ ຫວຽດນາມ ກໍ່ຢັ້ງຢືນວ່າ, ອີຢູ ໃຫ້ຄໍາໝັ້ນສັນຍາຈະພະຍາຍາມເຮັດຈົນສຸດຄວາມສາມາດເພື່ອຊ່ວຍ ຫວຽດນາມ ແກ້ໄຂສິ່ງທ້າທາຍກ່ຽວກັບຄວາມໝັ້ນຄົງດ້ານພະລັງງານ. ທ່ານ Bruno Angelet ໄດ້ເນັ້ນໜັກວ່າ, ວຽກງານນີ້ຮຽກຮ້ອງໃຫ້ມີວິທີການຢ່າງຮອບດ້ານມີການໄລ່ເຖິງບັນດາເປົ້າໝາຍພັດທະນາດ້ານເສດຖະກິດ-ສັງຄົມຂອງປະເທດຊາດ. ບັນລຸໄດ້ພື້ນຖານເສດຖະກິດຂຽວກວ່າຜ່ານພະລັງງານແບບຍືນຍົງແມ່ນດີທີ່ສຸດສໍາລັບຫວຽດນາມ ແລະໂລກ.

ເນື່ອງໃນໂອກາດນີ້, ທ່ານ Bruno Angelet ແລະທ່ານ ເຈິ່ນຕ໋ວນແອງ ລັດຖະມົນຕີກະຊວງອຸດສາຫະກຳແລະການຄ້າ ໄດ້ເຊັນໜັງສືເຈດຈຳນົງໃຫ້ການຮ່ວມມືຢ່າງຕໍ່ເນື່ອງເພື່ອມຸ່ງໄປເຖິງຂະແໜງພະລັງງານແບບຍືນຍົງ ແລະມີປະສິດທິຜົນ ຢູ່ ຫວຽດນາມ.

ໃນຂອບເຂດກອງປະຊຸມ, ວັນທີ 21 ມິຖຸນາ, ທ່ານ Bruno Angelet ພ້ອມກັບຜູ້ຕາງໜ້າຂອງບັນດາປະເທດຄື: ເຢັຍລະມັນ, ແບນຊິກ, ແດນມາກ, ຟິນແລນ, ຝະລັ່ງ, ໄອແລນ, ອີຕາລີ, ລຸກຊໍາບວກ, ສະໂລວາເກຍ, ແອັດສະປາຍ, ລາຊະອານາຈັກ ອັງກິດ ແລະຫວຽດນາມ ໄດ້ເຊັນຖະແຫຼງການຮ່ວມກ່ຽວກັບການເພີ່ມທະວີການຮ່ວມມືໃນຂົງເຂດພະລັງງານແບບຍືນຍົງ.

 

ແປໂດຍ: ເຈິ່ນຮວ່ຽນ