ທ່ານ ຫວູດຶກດາມ ຮອງນາຍົກລັດຖະມົນຕີ ຫວຽດນາມ ພ້ອມດ້ວຍການນໍາບັນດາກະຊວງ, ຂະແໜງການສູນກາງ, ຜູ້ຕາງໜ້າບັນດາອົງການຈັດຕັ້ງສາກົນປະຈໍາ ຫວຽດນາມ ເຂົ້າຮ່ວມພິທີປຸກລະດົມ. ກ່າວຄໍາເຫັນທີ່ພິທີ, ທ່ານ ຫວູດຶກດາມ ຮອງນາຍົກລັດຖະມົນຕີຊີ້ແຈ້ງວ່າ: ບັນຫາຄວາມປອດໄພດ້ານສະບຽງອາຫານບໍ່ພຽງແຕ່ກ່ຽວຂ້ອງເຖິງເສດຖະກິດ, ສັງຄົມ, ເຖິງຄວາມຮັບຜິດຊອບຕໍ່ກົດໝາຍເທົ່ານັ້ນຫາກຍັງກ່ຽວຂ້ອງເຖິງຄວາມຮັບຜິດຊອບຂອງໝົດທຸກຄົນ, ເຖິງເຊື້ອສາຍ, ອະນາຄົດປະເທດຊາດ, ຄຸນສົມບັດໃນສັງຄົມອີກດ້ວຍ.

leftcenterrightdel
ທ່ານ ຫວູດຶກດາມ ຮອງນາຍົກລັດຖະມົນຕີ ກ່າວຄໍາເຫັນທີ່ພິທີ “ແມ່ຍິງໃຫ້ຄໍາໝັ້ນສັນຍາປະຕິບັດຄວາມປອດໄພດ້ານສະບຽງອາຫານ. ພາບ: dangcongsan.vn

ບໍ່ພຽງແຕ່ເພື່ອຜົນປະໂຫຍດດ້ານເສດຖະກິດ, ຜົນປະໂຫຍດໃນສະເພາະໜ້າເທົ່ານັ້ນຫາກຍັງກ່ຽວຂ້ອງເຖິງການລ້ຽງ, ການປູກຝັງ, ການປຸງແຕ່ງຜະລິດຕະພັນ, ການດໍາເນີນທຸລະກິດສະບຽງອາຫານມີຜົນຮ້າຍຕໍ່ສຸຂະພາບ, ຕໍ່ຊີວິດຂອງຄົນອື່ນອີກດ້ວຍ. ທ່ານຮອງນາຍົກລັດຖະມົນຕີໄດ້ສະແດງຄວາມເຊື່ອໝັ້ນວ່າ, ເມື່ອບັນດາສະຫະພັນແມ່ຍິງທຸກຂັ້ນພ້ອມກັນເຂົ້າຮ່ວມ, ແນ່ນອນວ່າ, ຄວາມປອດໄພດ້ານສະບຽງອາຫານກໍ່ຄືຫຼາຍຂະບວນການອື່ນຈະມີການຫັນປ່ຽນຢ່າງຈະແຈ້ງ, ໝັ້ນຄົງເຂັ້ມແຂງ.

leftcenterrightdel
ທ່ານ ຫວູດຶກດາມ ກວດກາສິນຄ້າສະອາດທີ່ພິທີ. ພາບ: dangcongsan.vn

ເນື່ອງໃນໂອກາດນີ້, ສະຫະພັນແມ່ຍິງ ຫວຽດນາມ ກໍ່ໄດ້ໄຂງານວາງສະແດງດ້ວຍຫົວຂໍ້ “ຄວາມປອດໄພດ້ານສະບຽງອາຫານ, ຈົ່ງກະທໍາໃນທັນທີ”. ງານວາງສະແດງໄດ້ ດຳເນີນຮອດວັນທີ 4 ກໍລະກົດ, ຢູ່ຫໍພິພິຕະພັນແມ່ຍິງ ຫວຽດນາມ.

 

ແປໂດຍ: ເກື່ອງດັ້ງ