ທ່ານ ຟ້າມກວາງວິງ ເອກອັກຄະລັດຖະທູດຫວຽດນາມປະຈຳ ອາເມລິກາໄດ້ເຂົ້າຮ່ວມ ແລະເປັນປະທານຮ່ວມພິທີປະກາດພ້ອມກັບການນຳຂອງສະຖາບັນ Brookings ແລະບັນດານັກຊ່ຽວຊານອາເມລິກາ.

leftcenterrightdel
ທ່ານເອກອັກຄະລັດຖະທູດ ຟ້າມກວາງວິງ ໂອ້ລົມສົນທະນາກັບບັນດານັກຊ່ຽວຊານ ອາເມລິກາ ກ່ຽວກັບຂົງເຂດສາທາລະນະສຸກ. ພາບ: TTXVN

ບົດລາຍງານຂອງສະຖາບັນ Brookings ໄດ້ຄົ້ນຄວ້າສະພາບການຢູ່ 18 ປະເທດທີ່ກຳລັງພັດທະນາຢູ່ອາຊີ ແລະອາຟຣີກາ, ອີງໃສ່ຕາມ 25 ມາດຕະຖານໃນປະມວນດັດຊະນີກ່ຽວກັບກຳລັງຄວາມສາມາດການບໍລິຫານສາທາລະນະສຸກ - ສຸຂະພາບທົ່ວໂລກ (HGCI). ຫວຽດນາມ ໄດ້ຮັບການຕີລາຄາວ່າ ເປັນປະເທດແຖວໜ້າ ແລະບັນລຸຄະແນນສູງສຸດໃນບັນດາດັດຊະນີ, ໃນຈຳນວນ 18 ປະເທດທີ່ໄດ້ຮັບການຄົ້ນຄວ້າ. ໃນການປຶກສາຫາລື, ບັນດານັກຄົ້ນຄ້ວາ, ນັກຊ່ຽວຊານອາເມລິກາ ໄດ້ຕີລາຄາສູງບັນດາຄວາມມານະພະຍາຍາມຂອງຫວຽດນາມໃນການກຳນົດແຜນນະໂຍບາຍກໍ່ຄືການບໍລິຫານບັນດາການເຄື່ອນໄຫວສາທາລະນະສຸກ ເພື່ອຮັບໃຊ້ປະຊາຄົມ, ຖືຫວຽດນາມເປັນສະຖານທີ່ດຶງດູດການລົງທຶນດ້ານສາທາລະນະສຸກ.

ແປໂດຍ: ທູຈາງ