ຮອບຄັດເລືອກເພື່ອແນໃສ່ເລືອກເອົາບັນດານັກສອບເສັງດີເດັ່ນທີ່ສຸດ ເພື່ອເຂົ້າຮ່ວມຮອບຊີງຊະນະເລີດລະດັບຊາດ ເຊິ່ງຄາດຄະເນຈະຈັດຕັ້ງໃນເດືອນເມສາ 2019. ປີນີ, ກຸ່ມບໍລິສັດອຸດສາຫະກໍາໂທລະຄົມມະນາຄົມກອງທັບ Viettel ສືບຕໍ່ອຸປະຖໍາໃຫ້ແກ່ການເສັງ.

leftcenterrightdel
ພິທີໄຂການເສັງກອມພິວເຕີຫ້ອງການຊິງແຊ໋ມໂລກ - Viettel 2019 ຢູ່ນະຄອນໂຮ່ຈີມິນ. ພາບ: doanthanhnien.vn.

ຄະນະຊາວໜຸ່ມແຂວງຮ່ານາມ ສົມທົບກັບຄະນະຊາວໜຸ່ມກອງທັບ ແລະບາງກົມກອງຈັດຕັ້ງພິທີລົງມືກໍ່ສ້າງ “ເຮືອນ 100 ດົ່ງ” ເພື່ອມອບໃຫ້ສອງຄອບຄົວນະໂຍບາຍຢູ່ຕາແສງແທງລືວ (ເມືອງແທງລຽມ, ແຂວງຮ່ານາມ). ນີ້ແມ່ນຂອງຂວັນຂອງໄວໜຸ່ມທີ່ມອບໃຫ້ບັນດາຄອບຄົວນະໂຍບາຍຂອງຕາແສງ. ເຮືອນແຕ່ລະຫຼັງມີມູນຄ່າ 80 ລ້ານດົ່ງ ແລະຄາດຄະເນຈະກໍ່ສ້າງສໍາເລັດໃນເດືອມ ມິຖຸນາ 2019.

leftcenterrightdel
ບັນດາຜູ້ແທນປະຕິບັດພິທີການດໍາເນີນກໍໍ່ສ້າງ “ເຮືອນ 100 ດ່ົງ”. ພາບ: doanthanhnien.vn.

ໄວໜຸ່ມກອງພົນນ້ອຍ 134, ເຫຼົ່າຮົບສື່ສານ ໄດ້ຈັດຕັ້ງບັນດາການເຄື່ອນໄຫວແທດຈິງ ຄື: “ສັບປະດາຊາວໜຸ່ມເປັນແບບຢ່າງ”, ກໍ່ສ້າງລະບຽບຫຼວງ, ບໍ່ລະເມີດກົດລະບຽບ; ປະຕິິບັດບັນດາຂໍ້ກໍານົດກ່ຽວກັບຄວາມປອດໄພທາງຄົມມະນາຄົມ, ຮັບປະກັນຄວາມປອດໄພໃນທຸກດ້ານ; ຈັດຕັ້ງລາຍການ “ບໍລິຈາກເລືອດແບບສະໝັກໃຈ”. ຄຽງຂ້າງນັ້ນ, ກໍ່ຈັດຕັ້ງບັນດາຂະບວນການກໍ່ສ້າງຊົນນະບົດໃໝ່, ບັນດາຮູບແບບ “ກຸ່ມໂຄສະນາ 4 ດີ ປະຕິບັດຕາມຄໍາສັ່ງສອນຂອງລຸງໂຮ່”, “ຊົ່ວໂມງຮໍ່າຮຽນຂອງຊາວໜຸ່ມເປັນແບບຢ່າງ”... ຢ່າງມີປະສິດທິຜົນ.

ໂດຍ: ທູຈາງ