leftcenterrightdel
ທ່ານ ເຈີ່ນຮົ່ງຮ່າ ລັດຖະມົນຕີກະຊວງຊັບພະຍາກອນ ແລະສິ່ງແວດລ້ອມຫວຽດນາມ ພ້ອມກັບບັນດາຜູ້ແທນກົດປຸ່ມຕອບສະໜອງວັນນໍ້າໂລກ ແລະໄຂສັບປະດານໍ້າສາກົນ ຢູ່ ຫວຽດນາມ - VACI 2019. ພາບ: ທູຢູງ.

ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການຄຸ້ມຄອງ, ປົກປັກຮັກສາຊັບພະຍາກອນນໍ້າ, ຮັບປະກັນຄວາມໝັ້ນຄົງແຫຼ່ງນໍ້າແຫ່ງຊາດ, ໃນປີ 2019 ແລະຊຸມປີຕໍ່ໄປ, ກະຊວງຊັບພະຍາກອນ ແລະສິ່ງແວດລ້ອມ ຈະສືບຕໍ່ສົມທົບກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕັດສິນໃຈນໍາບັນດາມະຕິກອງປະຊຸມຂອງພັກ, ສະພາແຫ່ງຊາດ, ລັດຖະບານທີ່ກ່ຽວຂ້ອງເຖິງການຄຸ້ມຄອງຊັບພະຍາກອນນໍ້າເຂົ້າການດໍາລົງຊີວິດ.

ໂດຍຜັນຂະຫຍາຍການປະຕິບັດຂໍ້ກໍານົດຕ່າງໆຂອງກົດໝາຍວ່າດ້ວຍຊັບພະຍາກອນນໍ້າ, ກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ, ບັນດາລາຍງານ, ແຜນການເຄື່ອນໄຫວທີ່ໄດ້ວາງອອກ, ພ້ອມກັນນັ້ນ, ແມ່ນຮ່ວມແຮງຮ່ວມໃຈພ້ອມກັບບັນດາອົງການຈັດຕັ້ງສາກົນ, ປະຊາຊົນ, ບັນດາກະຊວງ, ຂະແໜງການ ເພື່ອແນໃສ່ຮັບປະກັນຄວາມໝັ້ນຄົງແຫຼ່ງນໍ້າແຫ່ງຊາດຜ່ານການຄຸ້ມຄອງແບບສະຫຼາດ, ການນໍາໃຊ້ຊັບພະຍາກອນນໍ້າແບບຍືນຍົງ.

ໂດຍ: ເກື່ອງດັ້ງ