ກອງປະຊຸມໂດຍສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ສະພາມະຫາບັນດິດວິທະຍາສາດ-ສັງຄົມຫວຽດນາມ, ໜ່ວຍທີ່ປຶກສາເສດຖະກິດຂອງນາຍົກລັດຖະມົນຕີຫວຽດນາມ, ທະນາຄານໂລກ ແລະສະຖານທູດອົດສະຕາລີ ປະຈໍາຫວຽດນາມ ສົມທົບກັນຈັດຕັ້ງ. ທ່ານ ເວືອງດິ່ງເຫວ້, ຮອງນາຍົກລັດຖະມົນຕີຫວຽດນາມ ເຂົ້າຮ່ວມ ແລະກ່າວຄໍາເຫັນຊີ້ນໍາ.

ທີ່ກອງປະຊຸມສໍາມະນາ, ບັນດາຜູ້ແທນໄດ້ສຸມໃສ່ຕີລາຄາໝາກຜົນຮູບແບບເຕີບໂຕເສດຖະກິດຫວຽດນາມ ໄລຍະ 2011-2020; ພ້ອມທັງວາງອອກບັນດາຍຸດທະສາດ, ການກໍານົດທິດໃຫ້ຮູບແບບເຕີບໂຕເສດຖະກິດຫວຽດນາມ ໄລຍະ 2021-2030 ແລະວິໄສທັດຮອດປີ 2045.

leftcenterrightdel
ບັນຍາກາດທີ່ກອງປະຊຸມສໍາມະນາ. ພາບ: qdnd.vn.

ກ່ຽວກັບຮູບແບບເຕີບໂຕເສດຖະກິດຫວຽດນາມ ໄລຍະ 2021-2030, ວິໄສທັດຮອດປີ 2045, ບັນດາຜູ້ແທນໄດ້ສະເໜີວ່າຮູບແບບເຕີບໂຕຕ້ອງອີງໃສ່ການປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງ. ໃນນັ້ນ, ກໍາລັງໜູນຕົ້ນຕໍ່ເພື່ອສ້າງບາດກ້າວບຸກທະລຸໃຫ້ແກ່ການເຕີບໂຕນັ້ນແມ່ນເພີ່ມສະມັດຕະພາບ; ປັດໄຈຕັດສິນເພື່ອເພີ່ມສະມັດຕະພາບແມ່ນເຕັກໂນໂລຢີ ແລະການປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງ...

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ເວືອງດິ່ງເຫວ້ ຕີລາຄາສູງເນື້ອໃນກອງປະຊຸມສໍາມະນາ ແລະຖືວ່ານີ້ແມ່ນກິດຈະກໍາຢ່າງແທດຈິງ, ມີຄວາມໝາຍສໍາຄັນໃນການຊີ້ນໍາ, ນໍາພາຈາກຄະນະບໍລິຫານງານສູນກາງພັກ; ປະກອບສ່ວນສ້າງເອກະສານກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ.

ໂດຍ: ບົວພອນ