ທ່ານ Nicolas Audier, ປະທານຮ່ວມ EuroCham ເນັ້ນໜັກວ່າ ຫວຽດນາມ ກຳລັງກາຍເປັນຈຸດນັດພົບທີ່ດຶງດູດໃຈຂອງບັນດານັກລົງທຶນຕ່າງປະເທດ. ຍົກຕົວຢ່າງ: ໃນປີ 2019 ວິສາຫະກິດເອີລົບ ຈະສືບຕໍ່ສຸມໃສ່ລົງທຶນ, ດຳເນີນທຸລະກິດ ແລະເປີດກ້ວາງການແລກປ່ຽນການຄ້າກັບຫວຽດນາມ; ໃນນັ້ນ, ນະຄອນ ໂຮ່ຈີມິນ ແມ່ນຈຸດນັດພົບບຸລິມະສິດເຊິ່ງບັນດາວິສາຫະກິດເອີລົບ ປາດຖະໜາຢາກຊອກຫາກາລະໂອກາດໃນການລົງທຶນ, ດຳເນີນທຸລະກິດ ແລະເປີດກ້ວາງຕະຫຼາດ. ນອກຈາກນັ້ນ, EuroCham ຈະເສີມຂະຫຍາຍບົດບາດເປັນຂົວຕໍ່ກັບວິສາຫະກິດເອີລົບ ເຂົ້າຮ່ວມໃນບັນດາໂຄງການພັດທະນາຂອງນະຄອນ ໂຮ່ຈີມິນ ເຊັ່ນ: ນະຄອນອັດສະລິຍະ, ໂຄງການຄົມມະນາຄົມ… ຕາມບັນດາຮູບແບບການລົງທຶນ, ດຳເນີນທຸລະກິດ ແລະການແລກປ່ຽນການຄ້າທີ່ເໝາະສົມ. ຈາກນັ້ນ, ປະກອບສ່ວນຊ່ວຍນະຄອນ ໂຮ່ຈີມິນ ໝູນໃຊ້ທ່າແຮງທັງໝົດ, ກາຍເປັນສະຖານທີ່ລົງທຶນ, ດຳເນີນທຸລະກິດທີ່ດຶງດູດໃຈ ບໍ່ພຽງແຕ່ສຳລັບວິສາຫະກິດເອີລົບເທົ່ານັ້ນ ຫາກຍັງສຳລັບປະເທດຕ່າງໆອີກດ້ວຍ.

leftcenterrightdel
ນະຄອນ ໂຮ່ຈີມິນ ເປັນຂົວຕໍ່ກັບຕະຫຼາດເອີລົບ. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ເຫດການດັ່ງກ່າວ, ບັນດານັກຊ່ຽວຊານກໍ່ຕີລາຄາກ່ຽວກັບຄວາມສາມາດບົ່ມຊ້ອນ ແລະທ່າແຮງຕ່າງໆໃນການຮ່ວມມືດ້ານເສດຖະກິດລະຫວ່າງ ຫວຽດນາມ ກັບບັນດາຄູ່ຮ່ວມມືເມື່ອສັນຍາການຄ້າເສລີ ຫວຽດນາມ - ເອີລົບ (EVFTA) ໄດ້ໃຫ້ສັດຕະຍາບັນ.

ແຫຼ່ງຄັດຈາກ: vovworld.vn