ໃນຂອບເຂດສັບປະດານຳໃຊ້ພາສາຝຣັ່ງ ຊຶ່ງຖືກຈັດຂຶ້ນຢູ່ Mozambique ແຕ່ວັນທີ 10-22 ມີນາ 2019, ສະຖານທູດ ຫວຽດນາມ ປະຈຳ Mozambique ໄດ້ຈັດການເຄື່ອນໄຫວຫຼາຍຢ່າງຢູ່ສູນວັດທະນະທຳ ຝຣັ່ງ - Mozambique, ປະກອບສ່ວນຍູ້ແຮງວຽກງານໂຄສະນາເຜີຍແຜ່ກ່ຽວກັບ ຫວຽດນາມ ແລະປະຊາຄົມນຳໃຊ້ພາສາຝຣັ່ງ ສຳລັບປະຊາຊົນປະຈຳຖິ່ນ.

leftcenterrightdel
ສະຖານທູດຫວຽດນາມ ປະຈໍາ Mozambique ໂຄສະນາວັດທະນາທໍາ, ອາຫານການກິນຫວຽດນາມ ຢູ່ Mozambique (ພາບ:TTXVN)

ທີ່ເທດສະການອາຫານພື້ນເມືອງ ແລະງານມະໂຫລານດົນຕີຂອງປະຊາຄົມນຳໃຊ້ພາສາຝຣັ່ງຢູ່ສູນວັດທະນະທຳ ຝຣັ່ງ - Mozambique, ສະຖານທູດຫວຽດນາມ ໄດ້ສົມທົບກັບບັນດາຮ້ານອາຫານຫວຽດນາມຢູ່ນະຄອນຫຼວງ Maputo ແນະນຳອາຫານພື້ນເມືອງຫວຽດນາມຫຼາຍເຍື່ອງ ເຊັ່ນ: ແນມ, ເຂົ້າໜົມກຸ້ງ, ຂົ້ວມີ່, ພ້ອມດ້ວຍນ້ຳຫວານ, ກາເຟ… ໂດຍໄດ້ຮັບຄວາມນິຍົມຈາກຊາວທ້ອງຖິ່ນເປັນຈຳນວນຫຼວງຫຼາຍ.

ກ່ອນໜ້ານັ້ນ, ສະຖານທູດຫວຽດນາມ ກໍ່ໄດ້ສາຍບັນດາຮູບເງົາຫວຽດນາມ ທີ່ໄດ້ຮັບລາງວັນເມື່ອບໍ່ດົນມານີ້.

ສັບປະດານຳໃຊ້ພາສາຝຣັ່ງຢູ່ Mozambique ແມ່ນເຫດການທີ່ຈັດຂຶ້ນທຸກປີຢູ່ປະເທດປະຈຳຖິ່ນ. ຜ່ານເຫດການດັ່ງກ່າວ, ສະຖານທູດຫວຽດນາມ ແລະປະຊາຄົມນຳໃຊ້ພາສາຝຣັ່ງ ປາຖະໜາຢາກສືບຕໍ່ຍົກສູງຄຸນຄ່າທາງດ້ານວັດທະນະທຳສັນຕິພາບ ມິດຕະພາບ, ເພີ່ມທະວີການໂຄສະນາກ່ຽວກັບຖານະບົດບາດ, ຄວາມສະໜິດຕິດພັນຂອງປະຊາຄົມນຳໃຊ້ພາສາຝຣັ່ງກັບອຳນາດການປົກຄອງ ແລະປະຊາຊົນປະຈຳຖິ່ນ.

ແຫຼ່ງຄັດຈາກ: vovworld.vn