ໃນບົດກ່າວປາໄສຕໍ່ໜ້າແຂກຮັບເຊີນເປັນຈຳນວນຫຼວງຫຼາຍ, ທ່ານ ຫງວຽນຈີຢຸງ ຢືນຢັນວ່າ ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຫວຽດນາມ ແລະເຢຍລະມັນ ພວມກ້າວເຂົ້າສູ່ໄລຍະພັດທະນາໃໝ່, ພ້ອມທັງຕີລາຄາສູງການໜູນຊ່ວຍຂອງ ເຢຍລະມັນ ທີ່ສະຫງວນໃຫ້ຫວຽດນາມ ໃນໄລຍະຜ່ານມາ, ກໍຄືບົດບາດຂອງບັນດາວິສາຫະກິດເຢຍລະມັນ ໃນວິວັດແຫ່ງການພັດທະນາເສດຖະກິດ, ສ້າງສາປະເທດຂອງຫວຽດນາມ.

leftcenterrightdel
 ບັນດາຜູ້ແທນເຂົ້າຮ່ວມເຫດການ Liebesmahl. ພາບ: ສໍານັກຂ່າວສານຫວຽດນາມ.

ເພື່ອສ້າງຄວາມສະດວກກວ່າອີກໃຫ້ການຮ່ວມມືເສດຖະກິດລະຫວ່າງຫວຽດນາມ ແລະເຢຍລະມັນ ເວົ້າສະເພາະ, ຫວຽດນາມ ແລະສະຫະພາບເອີລົບ ເວົ້າລວມ, ທ່ານ ຫງວຽນຈີຢຸງ ຮຽກຮ້ອງບັນດານັກການເມືອງ ແລະນັກທຸລະກິດເຢຍລະມັນ ຊຸກຍູ້ການລົງນາມ ແລະຮັບຮອງເອົາສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະສະຫະພາບເອີລົບ (EVFTA) ໃນໄລຍະໄວທີ່ສຸດ.

leftcenterrightdel
 ບັນຍາກາດທີ່ເຫດການ Liebesmahl ຄັ້ງທີ 99. ພາບ: ສໍານັກຂ່າວສານຫວຽດນາມ.

ກ່ຽວກັບບັນຫາ EVFTA, ທ່ານ Peter Altmaier ໃຫ້ຮູ້ວ່າ, ໃນບົດກ່າວປາໄສຢູ່ເຫດການ Liebesmahl ປະຈຸບັນເນື້ອໃນຂອງສັນຍານີ້ພວມໄດ້ເຮັ່ງຮີບແປເປັນພາສາຂອງບັນດາປະເທດສະມາຊິກສະຫະພາບເອີລົບ ແລະຄາດຄະເນວ່າ ເລື່ອງໃຫ້ສັດຕະຍາບັນແກ່ສັນຍານີ້ຈະດໍາເນີນໃນໄລຍະຈະມາເຖິງ, ບາງເທື່ອຈະກ່ອນເວລາດໍາເນີນການເລືອກຕັ້ງລັດຖະສະພາເອີລົບ ໃນທ້າຍເດືອນ ພຶດສະພາ ປີນີ້.

ໂດຍ: ເຈິ່ນຮວ່ຽນ