leftcenterrightdel
ບັນດານັກອາສາສະໝັກເຂົ້າຮ່ວມຂະບວນແຫ່ລົດຖີບ. ພາບ: ຮົ່ງຢາງ.

ບັນດາການເຄື່ອນໄຫວຕອບສະໜອງບັ້ນຂົນຂວາຍມອດໄຟ 1 ຊົ່ວໂມງເພື່ອໜ່ວຍໂລກລວມມີບັນດາລາຍການ ຄື: “ການເຄື່ອນໄຫວຂຽວ”, “ກຳລັງຄວາມສາມາດຂຽວໃຫ້ປະຊາຄົມ”, “ການເຊື່ອມຕໍ່ຂຽວ” ແລະ “Change your green - ການປ່ຽນແປງຂຽວຂອງເພື່ອນ”... ດ້ວຍຈຸດສຸມແມ່ນໂຄສະນາ, ລະດົມປະຊາຊົນເຂົ້າຮ່ວມປົກປັກຮັກສາສິ່ງແວດລ້ອມ, ເພີ່ມທະວີການນໍາໃຊ້ຜະລິດຕະພັນຂຽວ, ຜະລິດຕະພັນສະອາດ, ມີຄວາມປອດໄພຕໍ່ສຸຸຂະພາບ... ທີ່ພິທີ, ບັນດາເອກອັກຄະລັດຖະທູດ, ນັກອາສາສະໝັກໄດ້ປະຕິບັດການປ່ຽນຮູບຢູ່ facebook ສ່ວນຕົວພ້ອມກັນ ເພື່ອຮຽກຮ້ອງການສະໜັບສະໜູນບັ້ນຂົນຂວາຍມອດໄຟ 1 ຊົ່ວໂມງເພື່ອໜ່ວຍໂລກ ປີ 2019 ແລະເຂົ້າຮ່ວມຂະບວນແຫ່ລົດຖີບໄປຜ່ານບັນດາເສັ້ນທາງໃຈກາງຂອງນະຄອນ ເພື່ອໂຄສະນາຕອບສະໜອງຂະບວນການມອດໄຟ 1 ຊົ່ວໂມງເພື່ອໜ່ວຍໂລກ.

ໂດຍ: ໄຊນີດາ