ພິທີອັດໄດ້ດຳເນີນໃນເວລາ 15 ໂມງວັນທີ 17 ມີນາ. ເຂົ້າຮ່ວມພິທີມີທ່ານ ເຈືອງຮວ່າບິ່ງ, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ.

leftcenterrightdel
 
leftcenterrightdel
ລາຍການສະແດງສິລະປະທີ່ພິທີອັດ. ພາບ: qdnd.vn.

ກ່າວຄຳເຫັນທີ່ພິທີອັດ, ນັກຂ່າວ ໂຮ່ກວາງເລິ້ຍ, ຮອງປະທານຜູ້ປະຈຳການສະມາຄົມນັກຂ່າວຫວຽດນາມ, ຫົວໜ້າຄະນະຈັດຕັ້ງງານບຸນໜັງສືພິມທົ່ວປະເທດປີ 2019 ໄດ້ຢັ້ງຢືນເຖິງບົດບາດອັນໃຫຍ່ຫຼວງ, ການພັດທະນາຢ່າງແຮງຂອງສື່ມວນຊົນປະຕິວັດຫວຽດນາມ, ສະແດງໃຫ້ເຫັນຄວາມຮັບຜິດຊອບອັນສະຫງ່າລາສີແຕ່ໜັກໜ່ວງທີ່ສຸດຂອງສື່ມວນຊົນຕໍ່ກັບປະເທດຊາດ ແລະປະຊາຊົນ; ພ້ອມທັງສ່ອງແສງເຖິງຄວາມເອົາໃຈໃສ່ຢ່າງເລິກເຊິ່ງ, ການຊ່ວຍເຫຼືອຢ່າງສຸດອົກສຸດໃຈ ແລະມີປະສິດທິຜົນຈາກການນຳພັກ, ລັດ, ລະບົບການເມືອງແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ, ການປະກອບສ່ວນຢ່າງຕັ້ງໜ້າຂອງບັນດາອົງການຈັດຕັ້ງ, ກົມກອງຕໍ່ກັບການເຕີບໃຫຍ່ເຂັ້ມແຂງຂອງສື່ມວນຊົນປະຕິວັດຫວຽດນາມ.

leftcenterrightdel
ທ່ານພັນເອກພິເສດ ດວ່ານຊວນໂບະ, ຮອງຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນຫວຽດນາມ ຮັບລາງວັນ A ສໍາລັບລາງວັນຕົບແຕ່ງຮ້ານວາງສະແດງປະທັບໃຈ, ເປັນເອກະລັກສະເພາະຂອງກຸ່ມໜັງສືພິມກອງທັບປະຊາຊົນ. ພາບ: qdnd.vn.
leftcenterrightdel
ຜູ້ຕາງໜ້າຂອງບັນດາອົງການສື່ມວນຊົນຮັບລາງວັນ A ສໍາລັບລາງວັນຈັດໜ້າປົກບຸນເຕັດສວຍງາມ. ພາບ: qdnd.vn.
leftcenterrightdel
ທ່ານພັນໂທ ໂຮ່ກວາງເຟືອງ ຮັບລາງວັນ C. ພາບ: qdnd.vn.

ງານບຸນໜັງສືພິມທົ່ວປະເທດ 2019 ໄດ້ແນະນຳໃຫ້ມະຫາຊົນບັນດາສື່ສິ່ງພິມ, ເຊິ່ງລວມມີໜັງສືພິມບຸນປີໃໝ່ສາກົນ 2019, ໜັງສືພິມບຸນເຕັດປະເພນີປີກຸນ, ສະແດງບັນດາຮູບພາບການເຄື່ອນໄຫວກ່ຽວກັບວຽກງານກໍ່ສ້າງສື່ມວນຊົນ, ບາງຜະລິດຕະພັນ, ເຄື່ອງອຸປະກອນເຕັກໂນໂລຢີ, ເຕັກນິກທີ່ທັນສະໄໝຂອງສື່ມວນຊົນ.

ຄະນະຈັດຕັ້ງໄດ້ມອບລາງວັນຈັດໜ້າປົກໜັງສືພິມບຸນເຕັດສວຍງາມ 76 ລາງວັນ; ລາງວັນຕົບແຕ່ງຮ້ານວາງສະແດງປະທັບໃຈ, ເປັນເອກະລັກສະເພາະ 76 ລາງວັນ; ລາງວັນລາຍການກະຈາຍສຽງ, ໂທລະພາບປະທັບໃຈບຸນເຕັດປີກຸນ 2019 ມີ 43 ລາງວັນ; ລາງວັນຈັດໜ້າເວັບສວຍງາມຂອງໜັງສືພິມເອເລັກໂຕນິກໃນໂອກາດບຸນເຕັດ ປີກຸນ 2019 ມີ 20 ລາງວັນ; ລາງວັນສຳລັບບັນດາກິດຈະກຳຄົ້ນຄວ້າວິທະຍາສາດ ແລະອາຊີບສື່ມວນຊົນ 23 ລາງວັນ; ລາງວັນຟີມຮູບເງົາສາລະຄະດີດີເດັ່ນກ່ຽວກັບຫົວຂໍ້ສິ່ງແວດລ້ອມ, ການປ່ຽນແປງຂອງດິນຟ້າອາກາດປີ 2018 ມີ 49 ລາງວັນ.

leftcenterrightdel
ທ່ານພົນຕີ ໂດ໊ກັນ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ຖ່າຍຮູບທີ່ລະນຶກກັບກຸ່ມໜັງສືພິມກອງທັບປະຊາຊົນ. ພາບ: qdnd.vn.

ກຸ່ມໜັງສືພິມກອງທັບປະຊາຊົນ ໄດ້ຮັບລາງວັນ A ສໍາລັບຕົບແຕ່ງຮ້ານວາງສະແດງປະທັບໃຈ, ເປັນເອກະລັກສະເພາະ; ໜັງສືພິມກອງທັບປະຊາຊົນຫວຽດນາມ ຍາດໄດ້ 1 ລາງວັນ A ສໍາລັບຈັດໜ້າປົກບຸນເຕັດສວຍງາມ; ປະເພດຟີມຮູບເງົາສາລະຄະດີດີເດັ່ນກ່ຽວກັບຫົວຂໍ້ສິ່ງແວດລ້ອມ ແລະການປ່ຽນແປງຂອງດິນຟ້າອາກາດ 2018…

ໂດຍ: ສົມເພັດ