ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນຊວນຟຸກ ຢັ້ງຢືນວ່າ: ໃນຊຸມປີຜ່ານມາ, ພັກ ແລະລັດ ໄດ້ມີບັນດາແຜນນະໂຍບາຍ, ທັດສະນະສະເໝີຕົ້ນສະເໝີປາຍເພື່ອຮັບປະກັນບັນດາສິດຂອງປະຊາຊົນ, ໃນນັ້ນມີແມ່ຍິງ ແລະເດັກນ້ອຍ...

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ກ່າວຄຳເຫັນທີ່ພິທີປຸກລະດົມ “ປີເພື່ອຄວາມປອດໄພໃຫ້ແມ່ຍິງ ແລະເດັກນ້ອຍ”. ພາບ: ຫງວຽນທູ.

ຕີລາຄາສູງຂໍ້ລິເລີ່ມຂອງສະຫະພັນແມ່ຍິງຫວຽດນາມ ໃນການເລືອກເຟັ້ນຫົວຂໍ້ການເຄື່ອນໄຫວປີ 2019 ແມ່ນ “ປີເພື່ອຄວາມປອດໄພໃຫ້ແມ່ຍິງ ແລະເດັກນ້ອຍ”. ທ່ານ ຫງວຽນຊວນຟຸກ ສະເໜີທຸກຂັ້ນ, ທຸກຂະແໜງການຮ່ວມແຮງຮ່ວມໃຈພ້ອມກັບສະຫະພັນແມ່ຍິງຫວຽດນາມ, ຖືຄວາມຜາສຸກ ແລະຄວາມປອດໄພໃຫ້ແມ່ຍິງ, ເດັກນ້ອຍແມ່ນເປົ້າໝາຍກະທຳ, ເຂົ້າຮ່ວມຢ່າງຕັ້ງໜ້າດ້ວຍຈິດໃຈຄວາມຮັບຜິດຊອບສູງສຸດ ເພື່ອປະຕິບັດ “ປີເພື່ອຄວາມປອດໄພໃຫ້ແມ່ຍິງ ແລະເດັກນ້ອຍ” ຢ່າງມີປະສິດທິຜົນ. ບັນດາກະຊວງ, ຂະແໜງການ, ອົງການຈັດຕັ້ງມະຫາຊົນ, ບັນດາທ້ອງຖິ່ນ, ຫົວໜ່ວຍກວດກາຄືນແຜນການເຄື່ອນໄຫວ, ປັບປຸງບັນດາເນື້ອໃນກ່ຽວຂ້ອງເຖິງການຮັບປະກັນຄວາມປອດໄພໃຫ້ແກ່ແມ່ຍິງ ແລະເດັກນ້ອຍ...

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ແລະບັນດາຜູ້ແທນເຂົ້າຮ່ວມການຍ່າງ ເພື່ອຕອບສະໜອງ “ປີເພື່ອຄວາມປອດໄພໃຫ້ແມ່ຍິງ ແລະເດັກນ້ອຍ”. ພາບ: ສຳນັກຂ່າວສານຫວຽດນາມ.

ໃນຂອບເຂດຂອງພິທີປຸກລະດົມໄດ້ດຳເນີນບັນດາກິດຈະກໍາ ຄື: ງານວາງສະແດງ “ສິ່ງແວດລ້ອມແຫ່ງຄວາມປອດໄພຢູ່ຮ່າໂນ້ຍ; ໃຫ້ຄຳປືກສາດ້ານກົດໝາຍ, ເບິ່ງແຍງດູແລສຸຂະພາບໃຫ້ແມ່ຍິງ ແລະເດັກນ້ອຍ....

ໂດຍ: ແສງເດືອນ