leftcenterrightdel
ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດຫວຽດນາມ ພ້ອມກັບບັນດາຜູ້ແທນເຂົ້າຮ່ວມການພົບປະສັງສັນ. ພາບ: ຈ໊ຽນຖັ໊ງ.

ກ່າວຄໍາເຫັນທີ່ການພົບປະ, ທ່ານນາງ ຫງວຽນທິກິມເງິນ ຕີລາຄາສູງການພັດທະນາຂອງປະຊາຄົມວິສາຫະກິດຫວຽດນາມ ໃນໄລຍະຜ່ານມາ. ໄປຄຽງຄູ່ກັບບັນດາໝາກຜົນແຫ່ງການດໍາເນີນທຸລະກິດທີ່ເຕັມໄປດ້ວຍຄວາມປະທັບໃຈນັ້ນ, ບັນດາວິສາຫະກິດຫວຽດນາມ ຍັງສະແດງໃຫ້ເຫັນການຮ່ວມແຮງຮ່ວມໃຈເພື່ອປະຊາຄົມ, ແບ່ງປັນຜົນສຳເລັດໃນການດຳເນີນທຸລະກິດກັບປະຊາຄົມ, ກັບບັນດາເປົ້າໝາຍດ້ອຍໂອກາດໃນສັງຄົມ. ທ່ານນາງ ຫງວຽນທິກິມເງິນ ອວຍພອນໃຫ້ປະຊາຄົມວິສາຫະກິດຫວຽດນາມ ເວົ້າລວມ ແລະບໍລິສັດຫຸ້ນສ່ວນການລົງທຶນ ວັນຝູ-Invest ເວົ້າສະເພາະ ສືບຕໍ່ປະສົບຜົນສໍາເລັດໃນການເຄື່ອນໄຫວດໍາເນີນທຸລະກິດ.

ໂດຍ: ທູຈາງ