leftcenterrightdel
ຜູ້ຕາງໜ້າ APHIS ມອບໃບຢັ້ງຢືນອະນຸຍາດໃຫ້ໝາກມ່ວງຂອງຫວຽດນາມ ສົ່ງອອກໄປຍັງຕະຫຼາດ ອາເມລິກາ. ພາບ: qdnd.vn.

ຕອນບ່າຍວັນທີ 18 ກຸມພາ, ຢູ່ຮ່າໂນ້ຍ, ກົມປ້ອງກັນພືດ ສັງກັດກະຊວງກະສິກຳ ແລະພັດທະນາຊົນນະບົດຫວຽດນາມ ໄດ້ສົມທົບກັບຫ້ອງການກົມກັກກັນພະຍາດສັດພືດ ອາເມລິກາ (APHIS) ຈັດຕັ້ງພິທີປະກາດກ່ຽວກັບການອະນຸຍາດໃຫ້ຫວຽດນາມ ສົ່ງອອກໝາກມ່ວງໄປຍັງ ອາເມລິກາ ໂດຍການເຂົ້າຮ່ວມຂອງທ່ານ ເລກວກແຢວງ ຮອງລັດຖະມົນຕີກະຊວງກະສິກໍາ ແລະພັດທະນາຊົນນະບົດຫວຽດນາມ ແລະຜູ້ຕາງໜ້າສະຖານທູດອາເມລິກາ ປະຈຳ ຫວຽດນາມ, ຕາງໜ້າບັນດາກະຊວງ, ຂະແໜງການ, ວິສາຫະກິດຕ່າງໆ… ນີ້ແມ່ນຂ່າວທີ່ດີຂອງຂະແໜງກະສິກໍາ, ຊາວນາ ແລະວິສາຫະກິດຂອງຫວຽດນາມ. ການສົ່ງອອກໝາກມ່ວງໄປຍັງຕະຫຼາດ ອາເມລິກາ ບໍ່ພຽງແຕ່ຊ່ວຍເພີ່ມທະວີມູນຄ່າຂອງໝາກໄມ້ຫວຽດນາມ ເທົ່ານັ້ນ, ຫາກຍັງເປັນການປະກອບສ່ວນຢັ້ງຢືນອິດທິພົນຊື່ສຽງຂອງໝາກໄມ້ຫວຽດນາມ ໃນຕະຫຼາດສາກົນອີກດ້ວຍ. ສະເລ່ຍແລ້ວໃນແຕ່ລະປີ ຕະຫຼາດ ອາເມລິກາ ນຳເຂົ້າໝາກມ່ວງສົດເກືອບ 400.000 ໂຕນ. ເມື່ອເປັນຄືແນວນັ້ນ, ຄວາມສາມາດບົ່ມຊ້ອມຂອງໝາກມ່ວງຫວຽດນາມ ທີ່ສົ່ງອອກໄປຍັງຕະຫຼາດ ອາເມລິກາ ແມ່ນໃຫຍ່ຫຼວງທີ່ສຸດ.

ໂດຍ: ຈາງຫງວຽນ