ຕາມນັ້ນ, ຜູ້ປະສົບເຄາະຮ້າຍຈາກລູກລະເບີດ, ໝາກມິນບໍ່ທັນແຕກພາຍຫຼັງສົງຄາມ, ລັດຈະໜູນຊ່ວຍດ້ານການແພດເບື້ອງຕົ້ນ, ສົ່ງເສີມສຸຂະພາບ, ຟື້ນຟູອະໄວຍະວະ, ຮຽນວັດທະນະທໍາ, ຮຽນອາຊີບ, ວຽກເຮັດງານທຳ. ລູກຂອງຜູ້ປະສົບເຄາະຮ້າຍຈາກລູກລະເບີດ, ໝາກມິນບໍ່ທັນແຕກແມ່ນເດັກນ້ອຍນອນໃນເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກ ຫຼື ຜູ້ທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດໄດ້ໜູນຊ່ວຍທຶນການສຶກສາ, ຂອງໃຊ້ໃນການຮ່ຳຮຽນຕາມຂໍ້ກຳນົດຂອງກົດໝາຍ.

ຜູ້ປະສົບເຄາະຮ້າຍຈາກລະເບີດ, ໝາກມິນບໍ່ທັນແຕກພາຍຫຼັງສົງຄາມໄດ້ຊົມໃຊ້ບັນດາສິດຂອງຄົນພິການ ແລະໄດ້ຮັບການໜູນຊ່ວຍດ້ານສາທາລະນະສຸກເມື່ອຖືກອຸບັດຕິເຫດ, ໜູນຊ່ວຍການຊື້ປະກັນສຸຂະພາບຈາກລັດ ແລະໄດ້ຊົມໃຊ້ນະໂຍບາຍປະກັນສຸຂະພາບຕາມຂໍ້ກຳນົດກ່ຽວກັບປະກັນສຸຂະພາບ; ໄດ້ຮັບການໜູນຊ່ວຍຟື້ນຟູອະໄວຍະວະ; ໄດ້ຮັບການໜູນຊ່ວຍດ້ານສຶກສາ, ຮຽນອາຊີບ, ຊອກຫາວຽກເຮັດງານທຳ; ໄດ້ຮັບການໜູນຊ່ວຍໃນການຫາເງິນລ້ຽງຊີບ ແລະນໍາໃຊ້ບັນດາບໍລິການວຽກງານສັງຄົມ.

leftcenterrightdel
ພາບປະກອບຄັດຈາກ: baochinhphu.vn.

ນອກຈາກນັ້ນ, ລັດຍັງໜູນຊ່ວຍໃນການສ້າງຖິ່ນຖານຄົງທີ່ຄືນໃໝ່ ແລະພັດທະນາເສດຖະກິດໃຫ້ພົນລະເມືອງຢູ່ໃນເຂດຖືກມົນລະພິດຈາກລູກລະເບີດ, ໝາກມິນບໍ່ທັນແຕກພາຍຫຼັງສົງຄາມ; ໜູນຊ່ວຍການຮໍ່າຮຽນໃຫ້ລູກຂອງຜູ້ປະສົບເຄາະຮ້າຍຈາກລະເບີດ, ໝາກມິນບໍ່ທັນແຕກພາຍຫຼັງສົງຄາມທີ່ນອນໃນເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກ ຫຼື ຜູ້ທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດ...

ໂດຍ: ເຈິ່ນຮວ່ຽນ