ທີ່ລາຍການ, ພວກນ້ອງເຍົາວະຊົນໄດ້ເຕື້ອງເຖິງບັນດາບັນຫາ ຄື: ເວລາຮຽນຍາວເກີນໄປ, ການຖິ້ມຂີ້ເຫຍື້ອຢູ່ຕາມເສັ້ນທາງ ແລະຄອງເໝືອງ, ຍັງມີການເລາະຂາຍຢູ່ຕໍ່ໜ້າໂຮງຮຽນ, ຄວນມີຂໍ້ກໍານົດຈໍາກັດການນໍາໃຊ້ເຄື່ອງໃຊ້ດ້ວຍຢາງ ແລະຖົງຢາງ...

leftcenterrightdel
ການນໍານະຄອນໂຮ່ຈິມິນ ຖ່າຍຮູບພ້ອມກັບບັນດາຜູ້ແທນເຍົາວະຊົນທີ່ລາຍການ. ພາບ: ຮຸ່ງຄວາ.

ກ່າວຄໍາເຫັນທີ່ລາຍການ, ທ່ານ ຫງວຽນແທ່ງຟອງ,  ກໍາມະການສູນກາງພັກ, ປະທານຄະນະກໍາມະການປະຊາຊົນນະຄອນໂຮ່ຈິມິນ ຢືນຢັນວ່າ ບັນດາຄຳເຫັນ ແລະຂໍ້ສະເໜີຂອງພວກນ້ອງເຍົາວະຊົນກ່ຽວກັບສິ່ງແວດລ້ອມຈະຊ່ວຍໃຫ້ບັນດາພະແນກ, ຂະແໜງປະຕິບັດບັນດາແຜນການປົກປັກຮັກສາສິ່ງແວດລ້ອມເປັນຢ່າງດີ, ຮັບປະກັນໃຫ້ແກ່ການດໍາລົງຊີວິດຂອງປະຊາຊົນ. ທ່ານ ຫງວຽນແທ່ງຟອງ ປາດຖະໜາວ່າ, ພວກນ້ອງເຍົາວະຊົນຄຽງຂ້າງຄວາມມານະພະຍາຍາມຮໍ່າຮຽນ, ຝຶກຝົນຫຼໍ່ຫຼອມແລ້ວ, ຄວນເພີ່ມທະວີຊ່ວຍເຮັດວຽກບ້ານການເຮືອນ, ຕັ້ງໜ້າເຂົ້າຮ່ວມ ແລະຂົນຂວາຍຍາດຕິພີ່ນ້ອງຮ່ວມແຮງຮ່ວມໃຈປົກປັກຮັກສາສິ່ງແວດລ້ອມ.

ໂດຍ: ຄໍາແພງ