leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: laodong.vn.

ທ່ານ ຫງວຽນຊວນຟຸກ ຢືນຢັນວ່າ, ການທ່ອງທ່ຽວຢູ່ເຂດພາກກາງ-ໄຕງວຽນ ມີເງື່ອນໄຂຢ່າງພຽງພໍໃຫ້ແກ່ການພັດທະນາບັນດາກຸ່ມຂະແໜງທ່ອງທ່ຽວ, ຄື: ພັກຜ່ອນບຳລຸງສຸຂະພາບ, ມໍລະດົກ, ວັດທະນະທໍາ, ທະເລໝູ່ເກາະ, ຊີວະພາບ, ຄົ້ນຫາພູດອຍ ແລະເປັນຕົ້ນແມ່ນຄົ້ນຫາຖ້ຳຫີນ. ນອກນັ້ນແມ່ນບັນດາຂະແໜງບໍລິການກິນດື່ມ, ພັກຜ່ອນ, ລະຫຼີ້ນບັນເທີງ ແລະບັນດາຂະແໜງສະໜອງບັນດາປັດໄຈສົ້ນເຂົ້າ ຄື: ການເງິນ, ທະນາຄານ, ປະກັນໄພ, ຜະລິດຕະພັນທ້ອງຖິ່ນ, ການຄຸ້ມຄອງຊັບສົມບັດ, ສົ່ງເສີມສຸຂະພາບ ແລະຄວາມໝັ້ນຄົງ, ປອດໄພ. ນີ້ແມ່ນບັນດາປັດໄຈ ເພື່ອພັດທະນາການທ່ອງທ່ຽວແບບຍືນຍົງ, ທ່ານ ຫງວຽນຊວນຟຸກ ຖືວ່າ, ແຫຼ່ງຊັບພະຍາກອນທ່ອງທ່ຽວຢູ່ທີ່ນີ້ຍັງຄົງແມ່ນ “ກ້ອນເພັດຫຍາບ” ຢູ່. ທ່ານສະໜີວ່າ ຄວນມີຈິນຕະນາການພັດທະນາການທ່ອງທ່ຽວຕາມຫຼັກ: “ຖືກຸ່ມຂະແໜງເປັນໃຈກາງຫາກບໍ່ແມ່ນຖືແຫຼ່ງຊັບພະຍາກອນທ່ອງທ່ຽວເປັນໃຈກາງ”.

leftcenterrightdel
ການນໍາບັນດາແຂວງພາກກາງ ກໍ່ໄດ້ມອບໃບຢັ້ງຢືນການລົງທຶນ, ລົງນາມບັນດາບົດບັນທຶກຊ່ວຍຈໍາກັບບັນດາວິສາຫະກິດ ເພື່ອລົງທຶນເຂົ້າບັນດາໂຄງການພັດທະນາການທ່ອງທ່ຽວໃນບໍລິເວນ. ພາບ: laodong.vn.

ທ່ານ ຫງວຽນຊວນຟຸກ ຢືນຢັນວ່າ ລັດຖະບານ ແລະອຳນາດການປົກຄອງທ້ອງຖິ່ນ ຈະສືບຕໍ່ຮັກສາສະພາບແວດລ້ອມສັນຕິພາບເພື່ອສ້າງຄວາມອຸ່ນອ່ຽນໃຈໃຫ້ນັກທ່ອງທ່ຽວເມື່ອມາຫວຽດນາມ; ຮັກສາຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມ. ຫວຽດນາມຈະເປີດປະຕູນ່ານຟ້າ, ຍົກລະດັບສະໜາມບິນ, ທ່າກຳປັ່ນທະເລ ແລະພິເສດແມ່ນກໍ່ສ້າງລະບົບເສັ້ນທາງແຄມທະເລລະຫວ່າງແຂວງ ເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ການພັດທະນາການທ່ອງທ່ຽວກວ່າອີກ. ທີ່ກອງປະຊຸມ, ການນໍາບັນດາແຂວງພາກກາງ ກໍ່ໄດ້ມອບໃບຢັ້ງຢືນການລົງທຶນ, ລົງນາມບັນດາບົດບັນທຶກຊ່ວຍຈໍາກັບບັນດາວິສາຫະກິດ ເພື່ອລົງທຶນເຂົ້າບັນດາໂຄງການພັດທະນາການທ່ອງທ່ຽວໃນບໍລິເວນ.

ໂດຍ: ເຈິ່ນຮວ່ຽນ