ເວທີປາໄສໄດ້ຈັດຕັ້ງແນໃສ່ຕີລາຄາໝາກຜົນການຜະລິດຕິດພັນກັບການຈໍາໜ່າຍຜະລິດຕະພັນກະເສດປີ 2018, ຜັນຂະຫຍາຍໜ້າທີ່ປີ 2019. ພ້ອມກັນນັ້ນ ນີ້ກໍ່ແມ່ນເຫດການພົບປະແລກປ່ຽນ, ເຊື່ອມຕໍ່, ແລກປ່ຽນບັນດາມາດຕະການຊຸກຍູ້, ເປີດປະຕູຕະຫຼາດຜະລິດຕະພັນກະເສດ ແລະຍົກສູງລັກສະນະແກ່ງແຍ້ງຂອງຫວຽດນາມ ໃນສະພາບການເຊື່ອມໂຍງເຂົ້າກັບສາກົນ; ດຶງດູດບັນດາອົງການຈັດຕັ້ງສາກົນ, ວິສາຫະກິດລົງທຶນພັດທະນາກະສິກໍາ ຕາມຂອບເຂດສິນຄ້າມີປະລິມານຫຼາຍ ຕິດພັນກັບການປຸງແຕ່ງ ແລະຈໍາໜ່າຍຜະລິດຕະພັນກະເສດຕາມລະບົບ.

leftcenterrightdel
ກອງປະຊຸມຂ່າວແນະນໍາເວທີປາໄສຊຸກຍູ້ການຜະລິດຕິດພັນກັບການຈໍາໜ່າຍຜະລິດຕະພັນກະເສດຫວຽດນາມ 2019. ພາບ: ບັງເຈົາ.

ທີ່ເວທີປາໄສ, ບັນດາຜູ້ແທນຈະແລກປ່ຽນ, ແບ່ງປັນ, ຕີລາຄາບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຂັດ ແລະຄໍາສະເໜີແນະຂອງບັນດາທ້ອງຖິ່ນ ແລະວິສາຫະກິດກ່ຽວກັບການຜະລິດຕິດພັນກັບການຈໍາໜ່າຍຜະລິດຕະພັນກະເສດ.

ໂດຍ: ທູຈາງ