ປັດຈຸບັນ, ທົ່ວປະເທດມີສະຫະກອນ 22.456 ແຫ່ງ, ໃນນັ້ນມີສະຫະກອນກະສິກຳ 13.000 ແຫ່ງ. ເມື່ອປຶກສາຫາລືທີ່ກອງປະຊຸມ, ບັນດາຜູ້ແທນຖືວ່າ: ບັນດາສະຫະກອນເກືອບທັງໝົດມີຄວາມຮັບຮູ້ ແລະຄວາມຕ້ອງການຜະລິດ, ດຳເນີນທຸລະກິດທີ່ຕິດພັນກັບລະບົບມູນຄ່າເພື່ອພັດທະນາແບບຍືນຍົງ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດີງເຫ້ວ ເນັ້ນໜັກວ່າ: ຕິດຕາມກວກກາ ແລະຕີລາຄາເຂດເສດຖະກິດຮ່ວມມືຢ່າງມີປະສິດທິຜົນແທດຈິງເພື່ອແກ້ໄຂໄດ້ 2 ເລື່ອງ: ທີໜຶ່ງແມ່ນລະເຫຼີງ, ບໍ່ເອົາໃຈໃສ່ຊີ້ນຳຢ່າງຂ້ຽວຂາດ. ທີສອງແມ່ນບັງຄັບ, ຫັນເປັນບໍລິຫານ, ຮູບການ.  ໃນໄລຍະຈະມາເຖິງຕ້ອງເນັ້ນໜັກຕື່ມ, ກວດກາຄືນໃໝ່ສະຫະກອນທຳມາຫາກິນມີປະສິດທິຜົນຫຼືບໍ່.

leftcenterrightdel
ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດີງເຫ້ວ. ພາບ:baochinhphu.vn.

ເນື່ອງໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວ ໄດ້ມອບຫຼຽນໄຊແຮງງານຊັ້ນ I ຂອງປະທານປະເທດ ແລະລາງວັນອັນສູງສົ່ງອື່ນໃຫ້ໝູ່ຄະນະ, ສ່ວນບຸກຄົນທີີ່ມີຜົນງານດີເດັ່ນຫລາຍຢ່າງໃນການພັດທະນາເສດຖະກິດຮ່ວມມື, ສະຫະກອນສ້າງສາ ແລະປົກປັກຮັກສາປະເທດຊາດ.

ແຫຼ່ງຄັດຈາກ: vovworld.vn