ທີ່ກອງປະຊຸມ, ບັນດາລັດຖະມົນຕີໄດ້ຮັບຮອງເອົາຖະແຫຼງການຮ່ວມ, ຢັ້ງຢືນຄວາມຕັດສິນໃຈປະຕິບັດ CPTPP ຢ່າງຄົບຖ້ວນ ແນໃສ່ສົ່ງສານຢ່າງແຮງໃນການສະໜັບສະໜູນການຄ້າເສລີ, ວາງອອກບັນດາມາດຖານສູງ ແລະມີຄວາມດຸ່ນດ່ຽງໃຫ້ແກ່ການເຄື່ອນໄຫວແລກປ່ຽນການຄ້າໃນສະຕະວັດທີ XXI ກໍ່ຄືຊຸກຍູ້ການເຕີບໂຕເສດຖະກິດ ແລະນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຊົນ ແລະວິສາຫະກິດ. ພິເສດແມ່ນບັນດາລັດຖະມົນຕີໄດ້ຮັບຮອງເອົາຂໍ້ຕົກລົງສຳຄັນ 4 ສະບັບ.

leftcenterrightdel
ຫວຽດນາມ ເຂົ້າຮ່ວມກອງປະຊຸມທຳອິດຂອງສະພາ CPTPP. ພາບ: vov.vn.

ເມື່ອຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານຫວຽດນາມ, ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ ເຈິ່ນຕ໊ວນແອງ ມີຄວາມເຊື່ອໝັ້ນວ່າບັນດາປະເທດສະມາຊິກ CPTPP ຈະປະຕິບັດສົນທິສັນຍາຢ່າງມີປະສິດທິຜົນ, ຈາກນັ້ນນຳມາເຊິ່ງຜົນປະໂຫຍດອັນແທດຈິງໃຫ້ແກ່ປະຊາຊົນ ແລະວິສາຫະກິດຂອງຫວຽດນາມ.

ແຫຼ່ງຄັດຈາກ: vovworld.vn