ທີ່ແຂວງໄທງວຽນ, ຄະນະໄດ້ມອບຂອງຂວັນ 400 ພູດ, ໃນນັ້ນມອບຂອງຂວັນ 200 ພູດໃຫ້ 200 ຄອບຄົວທຸກຍາກສັງກັດຕາແສງອຽນລາກ ແລະຟຸໂດ, ເມືອງຟຸເລືອງ; ມອບຂອງຂວັນ 120 ພູດໃຫ້ຄົນທຸກຍາກຢູ່ຕາແສງຫ໋ວງເຖື້ອງ, ນະຄອນໄທງວຽນ; ມອບຂອງຂວັນ 80 ພູດໃຫ້ຄົນເຈັບປະສົບກັບຄວາມຫຍຸ້ງຍາກທີ່ພວມປິ່ນປົວພະຍາດໄລຍະຍາວຢູ່ໂຮງໝໍສູນກາງໄທງວຽນ. ສົມທົບກັບຄະນະປະຕິບັດງານໜັງສືພິມກອງທັບປະຊາຊົນຫວຽດນາມ ມອບຂອງຂວັນໃຫ້ບັນດາຄອບຄົວທຸກຍາກ, ໂຮງໝໍສູນກາງໄທງວຽນໄດ້ຈັດຕັ້ງການກວດ, ປິ່ນປົວພະຍາດ, ແຈກຢາຍຢຸກຢາໂດຍບໍ່ເສຍຄ່າໃຫ້ບັນດາເປົ້າໝາຍໄດ້ຮັບຂອງຂວັນຈາກໜັງສືພິມກອງທັບປະຊາຊົນຫວຽດນາມ.

leftcenterrightdel
ຄະນະປະຕິບັດງານໜັງສືພິມກອງທັບປະຊາຊົນຫວຽດນາມ ມອບຂອງຂວັນໃຫ້ຄົນທຸກຍາກຢູ່ຕາແສງປຸງລວງ, ເມືອງໝູ່ກວາງຈ໋າຍ (ແຂວງອຽນບ໋າຍ). ພາບ: ວັນຮ່ຽວ.

ທີ່ແຂວງອຽນບ໋າຍ, ຄະນະໄດ້ຈັດຕັ້ງການມອບຂອງຂວັນ 400 ພູດ, ໃນນັ້ນມອບຂອງຂວັນ 300 ພູດໃຫ້ຄົນທຸກຍາກຢູ່ຕາແສງປຸງລວງ ແລະລາປານເຕິ໋ນ, ເມືອງໝູ່ກາງຈ໋າຍ; ມອບຂອງຂວັນ 100 ພູດໃຫ້ຄົນທຸກຍາກຢູ່ຕາແສງຫຼຽວໂດ, ເມືອງລູກອຽນ.

leftcenterrightdel
ຜູ້ຕາງໜ້າກຸ່ມບໍລິສັດ Vingroup ມອບຂອງຂວັນໃຫ້ຄົນທຸກຍາກຢູ່ຕາແສງຫ໋ວງເຖື້ອງ, ນະຄອນໄທງວຽນ (ແຂວງໄທງວຽນ). ພາບ: ວັນຮ່ຽວ.

ບັນດາຂອງຂວັນທີ່ມອບໃຫ້ຄົນທຸກຍາກສະແດງໃຫ້ເຫັນນໍ້າໃຈ, ຄວາມເອົາໃຈໃສ່, ການແບ່ງປັນ ແລະການເບິ່ງແຍງດູແລເຖິງຄົນທຸກຍາກໃນໂອກາດບຸນເຕັດຂອງໜັງສືພິມກອງທັບປະຊາຊົນຫວຽດນາມ ແລະກອງທຶນກຸສົນ.

ໂດຍ: ບົວພອນ