leftcenterrightdel
ພາບປະກອບຄັດຈາກ: kpl.gov.la.

ຕາມ​ຂ່າວຕ່າງປະ​ເທດ, ກອງ​ປະຊຸມກ່ຽວ​ກັບ​ທະເລຄັ້ງທີ 4 ວ່າດ້ວຍຫົວຂໍ້ “ການຮ່ວມມືສາກົນເພື່ອແກ້ໄຂບັນຫາຂີ້ເຫຍື້ອສິ່ງ​ເສດເຫຼືອປະ​ເພດ​ຢາງຢູ່ທະເລຕາເວັນອອກ" ໄດ້​ຈັດ​ຂຶ້ນ​ຢູ່​ຫວຽດນາມ ​ເມື່ອ​ບໍ່​ດົນ​ມາ​ນີ້ໂດຍ​ມີ​ຜູ້​ແທນ​ຈາກ​ຫຼາຍ​ປະ​ເທດ​ເຂົ້າຮ່ວມຈາກ​ນັ້ນບັນດາຜູ້ແທນທີ່ເຂົ້າຮ່ວມໄດ້ຢືນຢັນວ່າຂີ້ເຫຍື້ອ ​ແລະສິ່ງ​ເສດເຫຼືອປະ​ເພດ​ຢາງຢູ່ທະເລເປັນບັນຫາທົ່ວໂລກທີ່​ຈະ​ຕ້ອງ​ຮ່ວມ​ມື​ກັນ​​ແກ້​ໄຂ​ຢ່າງ​ຈິງ​ຈັງ ​ແລະມີ​ແຜນການຈັດຕັ້ງປະຕິ​ບັດຢ່າງ​ຖືກຕ້ອງພ້ອມທັງຊອກແຫຼ່ງກຳລັງຊ່ວຍໜູນທີ່ແທດເໝາະ ເພື່ອແກ້ໄຂບັນຫາຂີ້ເຫຍື້ອ, ສິ່ງເສດເຫຼືອປະ​ເພດ​ຢາງຢູ່ທະເລສຳລັບແຕ່ລະປະເທດ. ພ້ອມກັນນັ້ນ ກໍ່ຄວນຊຸກຍູ້ການຜະລິດທາດເສດເຫຼືອຄືນໃໝ່ໃນຕໍ່ໜ້າ​ໃຫ້​ຫຼາຍ​ຂຶ້ນ.

 

ເນື້ອໃນ: ຂປລ