ທ່ານ ​ອົສມານ​ດີ​ໂອນ ຜູ້ອຳນວຍ​ການທະ​ນາ​ຄານ​ໂລກ ປ​ະຈຳ​ ຫວຽດນາ​​​ມ ກ່າວ​ວ່າສ່ວນ​ທ່ີຍັງເຫລືອໃນ​ສົກ​ປີ​ຈຳກັດ ​ແລະແຫ​ລ່ງການ​ເງິນ​ບຸລິມະ​ສິດ​ນັບ​ມື້​ຫລຸດ​ລົງ, ສິ່ງ​ສຳຄັນແມ່ນ​ ຫວຽດນາມ ​ຕ້ອງ​ເພີ່ມ​ທະວີ​ຊຸກຍູ້ບັນດາ​ແຫ​ລ່ງທຶນ​ແທນ​​​ໃຫ້​ແກ່​ຂະ​ແໜງການ​ໄຟຟ້າ ​ແລະອາຍ​ແກັສ. ລັດ​ຖະບານ​ຫວຽດນາມ ຄວນ​ແກ້​ໄຂຢ່າງຮອບດ້ານໃນບັນ​ດາ​ຂອດ​ກີດ​ກັ້ນ​ແຫ​ລ່ງທຶນ​ພາກ​ເອກະ​ຊົນ​ພາຍ​ໃນ ​ແລະຕ່າງປະ​ເທດ​ເຂົ້າ​ໃນ​ສອງ​ຂົງ​ເຂດ​ຍຸດ​ທະ​ສາດສຳຄັນ​ຂອງ​ຫວຽດນາມ.

leftcenterrightdel
ພາບປະກອບຈາກ: ​ສໍານັກຂ່າວສານຫວຽດນາມ.

ບົດລາຍ​ງານ​ລະບຸ​ວ່ານັບ​ແຕ່​ປີ​ນີ້ເຖິງປີ 2030, ​ຫວຽດນາ​ມ ຕ້ອງການ​ລົງທຶນ​ໃໝ່ປະມານ 10 ຕື້​ໂດ​ລາສະຫະລັດ​ຕໍ່​ປີ ​ເພື່ອ​ນຳ​ໃຊ້​ເຂົ້າ​ໃນ​ການ​ລົງທຶນ,​​ ​ເປັນ​ຕົວ​​ເລກ​ສູງ​ກວ່າ​ລະດັບ​ສະ​ເລ່ຍ 8 ຕື້​ໂດ​ລາສະຫະລັດ ​ຕໍ່​ປີ ​ທ່ີ​ກຳນົດ​​ໄວ້ໃນ​ໄລຍະ​ປີ 2011-2015.  ຄາດ​ວ່າການ​ພັດທະນາ​ຂະ​ແໜງ​ການອາຍ​ແກັສຫວຽດນາມ ທ່ີມີຖັດໄປຈະ​ຕ້ອງການ​ເຖິງ​ປະມານ 20 ຕື້​ໂດ​ລາ​ສະຫະລັດ​ ໃນ​ໄລຍະ​ປີ 2015 ​ເຖິງ ປີ 2035. ນອກຈາກ​ນັ້ນ, ທ່ານ ​ຟຣັງ​ເຈ​ແມ ຊ່ຽວຊານ​ຂະ​ແໜງ​ການ​ພະລັງງານ​ຂອງ​ທະນາຄານ​ໂລກ ປະຈຳ ​ຫວຽດນາມ​ ກ່າວ​ວ່າບັນດາ​ນັກທຸ​ລະ​ກິດເອົາ​ໃຈ​ໃສ່​ໃນ​ການ​ເຂົ້າ​ຮ່ວມ​ຕະຫລາດ​ພະລັງງານຂະໜາດ​ໃຫຍ່​ສຸດ​ຢູ່​ຫວຽດນາມ ​ໂດຍສະ​ເພາະການ​ພັດທະນາພະລັງງານ​ໝູນວຽນ ​ແລະອາຍ​ແກັສປະ​ເພດ​ແຫລວ (LNG).

ຂ່າວ: ຂປລ