ກ່າວຄໍາເຫັນທີ່ລາຍການ, ທ່ານນາງ ຫງວຽນທິຊວນທູ, ປະທານສູນກາງສະພາກາແດງຫວຽດນາມ ໃຫ້ຮູ້ວ່າ, ຂະບວນການ “ບຸນເຕັດເພື່ອຄົນທຸກຍາກ ແລະຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ” ໄດ້ລິເລີ່ມນັບແຕ່ປີ 1999. ພາຍຫຼັງ 20 ປີແຫ່ງການປະຕິບັດ, ຂະບວນການໄດ້ມີການແຜ່​ຂະ​ຫຍາຍຢ່າງແຮງໃນປະຊາຄົມ, ກາຍເປັນຂະບວນການຂອງທົ່ວປວງຊົນ, ດຶງດູດເງິນບໍລິຈາກເກືອບ 6.700 ຕື້ດົ່ງ, ໜູນຊ່ວຍຄອບຄົວທຸກຍາກ, ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ, ຄອບຄົວຜູ້ທີ່ມີຄຸນງາມຄວາມດີ, ຄອບຄົົວຖືກຜົນສະທ້ອນຈາກໄພທໍາມະຊາດ, ໄພພິບັດ 22 ລ້ານເທື່ອຄອບຄົວ, ດ້ວຍບັນດາຮູບການໜູນຊ່ວຍທີ່ເປັນຫຼາຍຮູບຫຼາຍແບບ ແລະແທດຈິງ.

leftcenterrightdel
ທ່ານ ຫງວຽນຝູຈ້ອງ, ເລຂາທິການໃຫຍ່, ປະທານປະເທດຫວຽດນາມ  ກ່າວຄໍາເຫັນທີ່ລາຍການ. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ລາຍການ, ຄະນະຈັດຕັ້ງໄດ້ຮັບເອົາເງິນສະໜັບສະໜູນຈາກບັນດາອົງການຈັດຕັ້ງ, ສ່ວນບຸກຄົນແມ່ນ  51,2 ຕື້ດົ່ງ;  ຂອງຂວັນບຸນເຕັດ 2.049 ພູດ ເພື່ອສະໜັບສະໜູນ “ບຸນເຕັດເພື່ອຄົນທຸກຍາກ ແລະຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ”.

ໂດຍ: ທູຈາງ