ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ຫງວຽນຊວນຟຸກ ເນັ້ນໜັກວ່າ, ກອງປະຊຸມຄັ້ງນີ້ແມ່ນແນໃສ່ປຶກສາຫາລືບັນດາມາດຕະການ ເພື່ອນໍານະຄອນໂຮ່ຈິມິນ ພັດທະນາຢ່າງແຮງກວ່າອີກ. ນະຄອນໂຮ່ຈິມິນ ກວມເອົາພຽງແຕ່ 0,6% ເນື້ອທີ່ທົ່ວປະເທດ, ແຕ່ປະກອບສ່ວນກວ່າ ¼ ງົບປະມານຂອງທົ່ວປະເທດ. ທ່ານ ຫງວຽນຊວນຟຸກ ເນັ້ນໜັກວ່າ ຕ້ອງຮ່ວມແຮງຮ່ວມໃຈກັນນໍານະຄອນ ໂຮ່ຈິມິນ ກ້າວຂຶ້ນບໍ່ພຽງແຕ່ເທົ່າທຽມກັບບັນດານະຄອນຢູ່ອາຊີຕາເວັນອອກສ່ຽງໃຕ້ເທົ່ານັ້ນ ຫາກຍັງໃນທົ່ວທະວີບອາຊີອີກດ້ວຍ.

leftcenterrightdel
ທ່ານ ຫງວຽນຊວນຟຸກ, ນາຍົກລັດຖະມົນຕີຫວຽດນາມ ທີ່ການເຮັດວຽກ. ພາບ: ສໍານັກຂ່າວສານຫວຽດນາມ.

ໃນໄລຍະຈະມາເຖິງ, ນະຄອນ ໂຮ່ຈິມິນ ກໍານົດຍູ້ແຮງການປະຕິຮູບການບໍລິຫານ, ຍົກສູງປະສິດທິພາບ, ປະສິດທິຜົນໃນການຄຸ້ມຄອງລັດດ້ວຍບັນດາມາດຕະການສຸມໃສ່ ຄື: ປຸກລະດົມຂະບວນການແຂ່ງຂັນກ່ຽວກັບວຽກງານປະຕິຮູບການບໍລິຫານ; ກໍ່ສ້າງອໍານາດການປົກຄອງເອເລັກໂຕນິກ. ນະຄອນສູ້ຊົນປະຕິບັດສໍາເລັດຄາດໝາຍການເຕີບໂຕໃຫ້ບັນລຸໄດ້ 8,3-8,5% ໃນປີ 2019. ສືບຕໍ່ຜັນຂະຫຍາຍ 7 ໂຄງການບຸກທະລຸຂອງນະຄອນ ກ່ຽວກັບແຜນຮ່າງກໍ່ສ້າງນະຄອນໂຮ່ຈິມິນ ໃຫ້ກາຍເປັນຕົວເມືອງສະຫຼາດ.

ໂດຍ: ທູຈາງ