ນີ້ແມ່ນບໍລິສັດການບິນພາຍໃນປະເທດທີ 5 ຂອງຫວຽດນາມ ເຂົ້າຮ່ວມຕະຫຼາດຂົນສ່ົງທາງອາກາດ. Bamboo Airways ຈະສຸມໃສ່ຂຸດຄົ້ນບັນດາສາຍການບິນຈາກຮ່າໂນ້ຍ ແລະນະຄອນໂຮ່ຈິມິນ ໄປຫາບັນດາສະຖານທີ່ ຄື: ຝູກວກ (ແຂວງກຽນຢາງ), ກຸຍເຍີນ (ແຂວງບິ່ງດີ້ງ), ບວນມາຖວດ (ແຂວງດັກລັກ), ດ່ານັ້ງ, ວິງ (ແຂວງເງະອານ), ແທັງຮວ໊າ... ໃນນັ້ນ, ນະຄອນກຸຍເຍີນ ຈະແມ່ນສະຖານທີ່ທໍາອິດທີ່ມີທີ່ຕັ້ງຍຸດທະສາດໃນເຄືອຂ່າຍການບິນ.

leftcenterrightdel
ບໍລິສັດການບິນ Bamboo Airways ພ້ອມແລ້ວທີ່ຈະປະຕິບັດຖ້ຽວທໍາອິດ. ພາບ: ແມັ້ງຮືງ.

ສາຍການບິນຈາກຮ່າໂນ້ຍ ໄປຫານະຄອນໂຮ່ຈິມິນ  ກໍ່ຈະໄດ້ຮັບການຂຸດຄົ້ນ, ປະກອບສ່ວນຕອບສະໜອງຄວາມຕ້ອງການເຄື່ອນຍ້າຍທີ່ກໍາລັງນັບມື້ນັບເພີ່ມຂຶ້ນ. ລາຄາປີ້ຍົນຂອງ Bamboo Airways ຈະຂາຍໃນທ້ອງຕະຫຼາດມີລັກສະນະແກ່ງແຍ້ງ, ລາຄາເລີ່ມຕົ້ນພຽງແຕ່ 149.000 ດົ່ງເທົ່ານັ້ນ.

ໂດຍ: ທູຈາງ