ນີ້ແມ່ນໂຄງການຮ່ວມມືພັດທະນາດ້ວຍທຶນຊ່ວຍເຫຼືອລ້າແມ່ນ 10 ລ້ານໂດລາອົດສະຕາລີ, ເພື່ອແນໃສ່ເພີ່ມທະວີລະບົບຊີວະພາບແຫ່ງການປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງຂອງຫວຽດນາມ, ສ້າງສາຍພົວພັນຄູ່ຮ່ວມມືຍາວນານລະຫວ່າງບັນດານັກວິທະຍາສາດ, ນັກຄົ້ນຄວ້າ ແລະຊ່ວຍລັດຖະບານ ແລະປະຊາຊົນຫວຽດນາມໃນການກໍາແໜ້ນກາລະໂອກາດເຊິ່ງການປະຕິວັດອຸດສາຫະກໍາ 4.0 ສາມາດນໍາມາໃຫ້.

leftcenterrightdel
ທ່ານ ຈູຫງອກແອງ ລັດຖະມົນຕີກະຊວງວິທະຍາສາດ ແລະເຕັກໂນໂລຢີຫວຽດນາມ ແລະທ່ານ Craig Chittick ເອກອັກຄະລັດຖະທູດອົດສະຕາລີ. ພາບ: baochinhphu.vn.

ທ່ານ Craig Chittick ເອກອັກຄະລັດຖະທູດອົດສະຕາລີ ປະຈໍາ ຫວຽດນາມ ແບ່ງປັນວ່າ “ຜ່ານໂຄງການ Aus4Innovation, ພວກຂ້າພະເຈົ້າ ປາດຖະໜາຢາກແບ່ງປັນຄວາມຮູ້ ແລະບົດຮຽນດີທີ່ສຸດຂອງອົດສະຕາລີ ໃນຂົງເຂດລັດ ແລະເອກະຊົນ ແນໃສ່ໜູນຊ່ວຍຫວຽດນາມ ນຳໃຊ້ບັນດາທ່າໄດ້ປຽບຂອງເຕັກໂນໂລຢີໃໝ່ເພື່ອສ້າງອະນາຄົດຂອງພື້ນຖານເສດຖະກິດ”.

ໂດຍ: ຄໍາແພງ