leftcenterrightdel
ທ່ານ ຟຸ່ງກ໋ວກຫຽນ, ຮອງປະທານສະພາແຫ່ງຊາດຫວຽດນາມ ຕ້ອນຮັບທ່ານ Pierre Gaudreault, ປະທານພາກພື້ນອາຊີ ແລະບັນດາຕະຫຼາດທີ່ຫາກໍ່ພົ້ນເດັ່ນຂອງກຸ່ມບໍລິສັດ Pfizer. ພາບ: qdnd.vn.

ທ່ານ ຟຸ່ງກ໋ວກຫຽນ ສະເໜີກຸ່ມບໍລິສັດ Pfizer ບໍ່ພຽງແຕ່ຖ່າຍທອດເຕັກໂນໂລຢີເທົ່ານັ້ນ, ຫາກຍັງເຂົ້າຮ່ວມການຄົ້ນຄວ້າພັດທະນາບັນດາຜະລິດຕະພັນຢາປິ່ນປົວພະຍາດຢູ່ເຂດຮ້ອນອີກດ້ວຍ, ຈາກນັ້ນຜະລິດບັນດາຜະລິດຕະພັນຢາພິເສດສະເພາະ ເພື່ອຮັບໃຊ້ປະຊາຊົນຫວຽດນາມ ແລະພາກພື້ນອາຊີຕາເວັນອອກສ່ຽງໃຕ້.

ທ່ານ ຟຸ່ງກ໋ວກຫຽນ ຢືນຢັນວ່າ, ລັດຫວຽດນາມ ຍາມໃດກໍ່ສ້າງເງື່ອນໄຂສະດວກ, ສະພາບແວດລ້ອມແຫ່ງການລົງທຶນປອດໂປ່ງ ເພື່ອໃຫ້ບັນດານັກທຸລະກິດຕ່າງປະເທດມີຄວາມອຸ່ນອ່ຽນໃຈເຂົ້າມາລົງທຶນ, ທຳການຜະລິດ, ດໍາເນີນທຸລະກິດຢູ່ຫວຽດນາມ.

leftcenterrightdel
ທ່ານ ຟຸ່ງກ໋ວກຫຽນ ແລະທ່ານ Pierre Gaudreault. ພາບ: quochoi.vn.

ທ່ານ Pierre Gaudreault ໄດ້ສະແດງຄວາມປິຕິຊົມຊື່ນເມື່ອໄດ້ຮັບຟັງກ່ຽວກັບການສົ່ງເສີມຂອງລັດຫວຽດນາມ ກັບບັນດານັກລົງທຶນຕ່າງປະເທດ. ກຸ່ມບໍລິສັດ Pfizer ກໍ່ເຫັນແຈ້ງນະໂຍບາຍຂອງລັດຫວຽດນາມ ແລະຍ້ອນແນວນັ້ນ Pfizer ຈຶ່ງໄດ້ວາງແຜນນະໂຍບາຍລົງທຶນເຂົ້າຫວຽດນາມ. ເລື່ອງຖ່າຍທອດເຕັກໂນໂລຢີໄດ້ຮັບການລົງນາມ ແລະການເຄື່ອນໄຫວຜະລິດຢາຢູ່ຫວຽດນາມ ຂອງກຸ່ມບໍລິສັດ Pfizer ຈະເລີ່ມຕົ້ນຢ່າງເປັນທາງການນັບແຕ່ປີ 2020.

ໂດຍ: ເຈິ່ນຮວ່ຽນ