ຕາມນັ້ນແລ້ວ, ງານຕະຫຼາດນັດ VITM ຮ່າໂນ້ຍ 2019 ສືບຕໍ່ໄດ້ຈັດຕັ້ງຢູ່ຫໍວັດທະນະທໍາແຮງງານມິດຕະພາບ (ຮ່າໂນ້ຍ) ໃນລະຫວ່າງວັນທີ 27-30 ມີນາ ຈະມາເຖິງ. ດ້ວຍຫົວຂໍ້ “ການທ່ອງທ່ຽວຂຽວ”, VITM 2019 ຈະມີບັນດາເຫດການຂອງອົງການລັດ, ອົງການຈັດຕັ້ງສັງຄົມວິຊາຊີບ ແລະວິສາຫະກິດທີ່ກ່ຽວຂ້ອງເຖິງນິຍາມກ່ຽວກັບການເຕີບໂຕຂຽວ ເພື່ອຮັບປະກັນໃຫ້ແກ່ການທ່ອງທ່ຽວຫວຽດນາມ ພັດທະນາຢ່າງວ່ອງໄວ ແລະຍືນຍົງ. 

leftcenterrightdel
ບັນຍາກາດທີ່ການປະຊຸມຂ່າວ. ພາບ: ຢ້ຽວຖຸຍ.

ໃນຂອບເຂດງານຕະຫຼາດນັດມີບັນດາກິດຈະກໍາຕ່າງໆ ຄື: ພິທີເຊີດຊູບັນດາບຸກຄົນ ແລະວິສາຫະກິດທ່ອງທ່ຽວພົ້ນເດັ່ນປີ 2018; ກອງປະຊຸມຕີລາຄາການຜັນຂະຫຍາຍກິດຈະກໍາທ່ອງທ່ຽວທາງຜ່ານເຄືອຂ່າຍອິນເຕີເນັດໃນປີທີ່ຜ່ານມາ... ມີປີ້ເຮືອບິນລາຄາຖືກກວ່າ 40.000 ປີ້ ແລະມີກວ່າ 18.000 tour ທ່ອງທ່ຽວທີ່ໄດ້ຫຼຸດລາຄາພິເສດຈະໄດ້ສະເໜີຂາຍຢູ່ທີ່ນີ້. ມາຮອດປະຈຸບັນ, VITM ຮ່າໂນ້ຍ 2019 ມີການເຂົ້າຮ່ວມຂອງບັນດາວິສາຫະກິດ, ອົງການຄຸ້ມຄອງ, ສົ່ງເສີມການທ່ອງທ່ຽວມາຈາກ 39 ແຂວງ, ນະຄອນໃນທົ່ວປະເທດ ແລະຈາກ 22 ປະເທດ, ເຂດແຄວ້ນ. ປະຈຸບັນມີກວ່າ 500 ວິສາຫະກິດໄດ້ຈົດທະບຽນແລ້ວ.

ໂດຍ: ທະນາພອນ