ຢູ່ຮ່າໂນ້ຍ, ກະຊວງແຮງງານ-ທະຫານເສຍອົງຄະ ແລະສັງຄົມຫວຽດນາມ  ໄດ້ສົມທົບກັບອົງການຮ່ວມມືສາກົນຍີ່ປຸ່ນ (JICA) ຈັດຕັ້ງກອງປະຊຸມຜັນຂະຫຍາຍ ແລະການປະຊຸມຄະນະຜູ້ປະສານງານໂຄງການດ້ວຍຫົວຂໍ້ “ເພີ່ມທະວີການເຄື່ອນໄຫວສ້າງໂທລະສັບສາຍດ່ວນເພື່ອໃຫ້ຄຳປຶກສາ ແລະໜູນຊ່ວຍຜູ້ປະສົບເຄາະຮ້າຍຈາກການຄ້າມະນຸດຢູ່ຫວຽດນາມ” ດ້ວຍເປົ້າໝາຍສ້າງຕັ້ງລະບົບໂທລະສັບສາຍດ່ວນແຫ່ງຊາດເພື່ອກ້າວໄປເຖິງການຮ່ວມມືຂ້າມຊາຍແດນກັບບັນດາປະເທດໃກ້ຄຽງໃນການເຄື່ອນໄຫວສະກັດກັ້ນ, ຕ້ານການຄ້າມະນຸດ. 

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: nhandan.com.vn.

ປະຈຸບັນ, 2 ສາຂາຂອງສູນເຂດສະໜອງໂທລະສັບສາຍດ່ວນຕ້ານ ແລະສະກັດກັ້ນການຄ້າມະນຸດໄດ້ສ້າງຕັ້ງຢູ່ດ່ານັ້ງ ແລະອານຢາງ.

ໂດຍ: ແສງເດືອນ