leftcenterrightdel
ພິທີເຊີດຊູວິສາຫະກິດດີເດັ່ນເພື່ອຊາວຜູ້ອອກແຮງງານ 2018. ພາບ: laodong.vn.

ໃນຈຳນວນວິສາຫະກິດດີເດັ່ນ 60 ແຫ່ງເພື່ອຊາວຜູ້ອອກແຮງງານ 2018, ມີວິສາຫະກິດ 30 ແຫ່ງໄດ້ຮັບໃບຍ້ອງຍໍຈາກຄະນະຈັດຕັ້ງ. ທ່ານ ຟ້າມຊວນຕ່ວານ - ປະທານກຳມະບານບໍລິສັດຫຸ້ນສ່ວນໄຟຟ້າພະລັງຄວາມຮ້ອນກວາງນິງ, ຕາງໜ້າບໍລິສັດຂຶ້ນຮັບລາງວັນໃຫ້ຮູ້ວ່າ: ບໍລິສັດກໍ່ຄືອົງການຈັດຕັ້ງກຳມະບານມີຄວາມພາກພູມໃຈທີ່ສຸດ ແລະນີ້ກໍ່ແມ່ນຄວາມຮັບຜິດຊອບ. ອົງການຈັດຕັ້ງກຳມະບານບໍລິສັດກໍ່ຈະມານະພະຍາຍາມສົມທົບຢ່າງແໜ້ນແຟ້ນກັບພາກສ່ວນວິຊາການໃຫ້ດີກ່ວາ ເພື່ອເອົາໃຈໃສ່ເບິ່ງແຍງດູແລຊາວຜູ້ອອກແຮງງານໃນໄລຍະຈະມາເຖິງໃຫ້ດີກ່ວາ ແລະກໍ່ປາດຖະໜາວ່າບັນດາອົງການຈັດຕັ້ງທີ່ກ່ຽວຂ້ອງ, ພິເສດແມ່ນສະຫະພັນໃຫຍ່ແຮງງານຫວຽດນາມ ຈະນັບມື້ນັບສ້າງກົນໄກນະໂຍບາຍດີກ່ວາ, ເໝາະສົມກ່ວາເພື່ອໃຫ້ຮາກຖານກຳມະບານບໍລິສັດພວກຂ້າພະເຈົ້າໄດ້ປະຕິບັດ ແລະຜັນຂະຫຍາຍຕາມ, ເອົາໃຈໃສ່ເບິ່ງແຍງຊາວຜູ້ອອກແຮງງານເປັນຢ່າງດີກ່ວາ.

ແຫຼ່ງຄັດຈາກ: vovworld.vn