leftcenterrightdel
ພາບປະກອບຈາກ KT.

WB ຄາດຄະເນລະດັບການເຕີບໂຕຂອງຫວຽດນາມ ໃນປີ 2018 ຍັງຢູ່ໃນລະດັບ 6,8%, ສູງກວ່າຕົວເລກທີ່ໄດ້ຄາດຄະເນແມ່ນ 6,3% ສໍາລັບບັນດາຕະຫຼາດຫາກໍ່ພົ້ນເດັ່ນຂຶ້ນຢູ່ພາກພື້ນອາຊີຕາເວັນອອກ ແລະປາຊີຟິກ. ທ່ານ Ousmane Dione ຜູ້ອໍານວຍການແຫ່ງຊາດ WB ຢູ່ຫວຽດນາມ ເນັ້ນໜັກວ່າ:  “ເຖິງວ່າສະພາບການໂລກມີສິ່ງທ້າທາຍຫຼາຍຢ່າງກໍ່ຕາມ, ແຕ່ເສດຖະກິດຫວຽດນາມ ຍັງສືບຕໍ່ເຕີບໂຕເປັນຢ່າງດີ, ໄປຄຽງຄູ່ກັນນັ້ນແມ່ນໄພເງິນເຟີ້ໄດ້ຮັບການຄວບຄຸມຢູ່ໃນລະດັບດີພໍສົມຄວນ. ນັກວາງແຜນກຳນົດນະໂຍບາຍຄວນໝູນໃຊ້ທ່າແຮງໃນຂະນະທີ່ກໍາລັງໜູນການເຕີບໂຕພວມມີຄວາມສະດວກເພື່ອຍູ້ແຮງການປະຕິຮູບໂຄງປະກອບແນໃສ່ຊຸກຍູ້ການລົງທຶນ ແລະເຕີບໂຕອີງໃສ່ພາກເອກະຊົນ, ພ້ອມກັນນັ້ນແມ່ນປັບປຸງປະສິດທິພາບໃນການລົງທຶນພາກລັດ”.

ໂດຍ: ທະນາພອນ