ວາລະສານຊື່ດັງ Forbes (ປະເທດອາເມລິກາ) ຫາກໍ່ປະກາດບັນຊີລາຍຊື່ແມ່ຍິງ 100 ຄົນທີ່ມີສິດອຳນາດທີ່ສຸດໃນໂລກ, ໃນນັ້ນຜູ້ຕາງໜ້າຂອງຫວຽດນາມ ແມ່ນທ່ານນາງ ຫງວຽນທິງເຟືອງຖາວ, ຢືນອັນດັບທີ 44, ເລື່ອນຂຶ້ນ 11 ຂັ້ນເມື່ອທຽບໃສ່ຕາຕະລາງໃນປີ 2017. ວາລະສານ Forbes  ກໍ່ຄາດຄະເນວ່າຈຳນວນຊັບສົມບັດຂອງເສດຖີເງິນຕື້ຍິງຄົນໜຶ່ງດຽວຂອງອຊີຕາເວັນອອກສ່ຽງໃຕ້ແມ່ນລວມເຖິງ 2,6 ຕື້ USD, ເພີ່ມຂຶ້ນເມື່ອທຽບໃສ່ຕົວເລກ 1,98 ຕື້ USD ໃນປີ 2017.

leftcenterrightdel
ທ່ານນາງ ຫງວຽນທິງເຟືອງຖາວ. ພາບ: vovworld.vn.

ທ່ານນາງ ຫງວຽນທິເຟືອງຖາວ ແມ່ນປະທານສະພາບໍລິຫານກຸ່ມບໍລິສັດ Sovico Holdings, ຮອງປະທານສະພາບໍລິຫານ, ທັງເປັນຜູ້ອຳນວຍການໃຫຍ່ກຸ່ມບໍລິສັດການບິນ Vietjet, ພ້ອມທັງເປັນຮອງປະທານສະພາບໍລິຫານຜູ້ປະຈຳການທະນາຄານ HDBank. ທ່ານນາງ ຫງວຽນທິເຟືອງຖາວ ແມ່ນຜູ້ຮັ່ງມີຜູ້ທີສອງໃນຕະຫຼາດອະສັງຫະລິມະສັບຫວຽດນາມຖັດຈາກທ່ານ        ຟ້າມເຍີດເວື້ອງ, ປະທານສະພາບໍລິຫານກຸ່ມບໍລິສັດ Vingroup.

ແຫຼ່ງຄັດຈາກ: vovworld.vn