ກ່ຽວກັບເນື້ອໃນການວາງແຜນ, ທ່ານ ເຢືອງເຕິ໋ດຖັ໋ງ ຖືເປັນສໍາຄັນມາດຕະການກໍ່ສ້າງຄັນຄູກັ້ນຄື້ນທະເລແກ່ຍາວ ເຊິ່ງຫົວໜ່ວຍໃຫ້ຄຳປຶກສາສະເໜີ, ຊ່ວຍເປີດກວ້າງເນື້ອທີ່ຂອງທ່າກໍາປັ່ນ ແລະຊ່ວຍໃຫ້ທ່າກໍາປັ່ນສາມາດຕ້ອນຮັບກໍາປັ່ນມີຂະໜາດໃຫຍ່ກວ່າ. ໃນໄລຍະຈະມາເຖິງ, ແຂວງຮ່າຕິ້ງ ຈະສືບຕໍ່ເຮັດວຽກໂດຍກົງກັບຫົວໜ່ວຍທີ່ປຶກສາເພື່ອມີການຄົ້ນຄວ້າຢ່າງເລິກເຊິ່ງກວ່າອີກກ່ຽວກັບການວາງແຜນຜັງ.

leftcenterrightdel
ທ່ານ ເຢືອງເຕິ໋ດຖັ໋ງ, ຮອງປະທານຄະນະກໍາມະການປະຊາຊົນແຂວງຮ່າຕິ້ງ ແລະທ່ານ ວຽງສະຫວັດ ສີພັນດອນ ຮອງລັດຖະມົນຕີກະຊວງໂຍທາທິການ-ຂົນສົ່ງລາວ ເປັນປະທານການເຮັກວຽກ. ພາບ: baohatinh.vn.

ພ້ອມກັນນັ້ນ, ທ່ານ ເຢືອງເຕິດຖັ໋ງ ກໍ່ປາດຖະໜາວ່າຄະນະປະຕິບັດງານ ແລະລັດຖະບານລາວ ຈະມີຄໍາເຫັນຢ່າງເປັນທາງການໂດຍໄວກ່ຽວກັບຄໍາສະເໜີຍົກລະດັບເສັ້ນທາງຫຼວງ 12 ກາຍເປັນທາງດ່ວນເພື່ອແນໃສ່ເຊື່ອມຕໍ່, ສົ່ງເສີມການຄ້າໃນອະນາຄົດ.

ທ່ານ ວຽງສະຫວັດ ສີພັນດອນ ຖືວ່າຄະນະປະຕິບັດງານລາວ ແລະແຂວງຮ່າຕິ້ງ ຄວນສະເໜີຕໍ່ລັດຖະບານສອງປະເທດຮັບຊາບກ່ຽວກັບເນື້ອໃນການເຮັດວຽກ.

leftcenterrightdel
ທ່ານ ເຢືອງເຕິ໋ດຖັ໋ງ, ຮອງປະທານຄະນະກໍາມະການປະຊາຊົນ ແຂວງຮ່າຕິ້ງ ແລະທ່ານ ວຽງສະຫວັດ ສີພັນດອນ ຮອງລັດຖະມົນຕີກະຊວງໂຍທາທິການ-ຂົນສົ່ງລາວ ສໍາຫຼວດໃນຕົວຈິງຢູ່ທ່າກໍາປັ່ນ ຫວູງອ໋າງ. ພາບ: baohatinh.vn.

ທ່ານ ວຽງສະຫວັດ ສີພັນດອນ ກໍ່ສະແດງຄວາມເຊື່ອໝັ້ນວ່າ, ດ້ວຍຈິດໃຈຮ່ວມມື, ເຈດຕະນາດີ “ເສ້ັນທາງອອກສູ່ທະເລ” ຂອງລາວ ຈະໄດ້ຮັບການກໍ່ສ້າງ ແລະສໍາເລັດໂດຍໄວ.

ໂດຍ: ທູຈາງ