ທີ່ກອງປະຊຸມ, ທ່ານປະທານສະຫະພັນ Vovinam ໂລກ ມາຍຫືວຕີ໋ນ ໄດ້ຢືນຢັນວ່າ: ນີ້ແມ່ນບາດກ້າວດີທີ່ສຸດ, ຊ່ວຍພັດທະນາມວຍ Vovinam ຢູ່ບັນດາປະເທດອາຣັບ ຢ່າງແຮງກວ່າ. ຕາງໜ້າໃຫ້ສະຫະພັນມວຍ Vovinam - ມວຍຫວຽດນາມ ແລະສະຫະພັນ Vovinam - ມວຍຫວຽດສາກົນ, ທ່ານ ມາຍຫືວຕີ໋ນ ໃຫ້ຄຳໝັ້ນສັນຍາວ່າ: ຈະມານະພະຍາຍາມພັດທະນາ Vovinam ຢູ່ພາກພື້ນ ອາຟຣິກກາ ກໍ່ຄືໃນກຸ່ມອາຣັບ ໃນອະນາຄົດກ່ວາອີກ.

leftcenterrightdel
ສ້າງຕັ້ງສະຫະພັນມວຍ Vovinam - ມວຍຫວຽດກຸ່ມບັນດາປະເທດອາຣັບ. ພາບ: ສໍານັກຂ່າວສານຫວຽດນາມ.

ໝາກຜົນທີ່ບັນລຸໄດ້ພາຍຫລັງດຳເນີນກອງປະຊຸມມາເປັນເວລາ 2 ວັນ, ທ່ານ Mohamed Djouadj ປະທານສະຫະພັນມວຍ  Vovinam - ມວຍຫວຽດ  Algiers  ທັງເປັນປະທານສະຫະພັນມວຍ Vovinam - ມວຍຫວຽດ ອາຟຣິກກາ ແລະເປັນຮອງປະທານສະຫະພັນມວຍ Vovinam - ມວຍຫວຽດສາກົນສືບຕໍ່ໄດ້ຮັບການເລືອກຕັ້ງເປັນປະທານສະຫະພັນມວຍ Vovinam - ມວຍຫວຽດກຸ່ມບັນດາປະເທດອາຣັບ.

ແຫຼ່ງຄັດຈາກ: vovworld.vn