ກ່າວຄໍາເຫັນທີ່ກອງປະຊຸມໃຫຍ່, ທ່ານ ເຈິ່ນແທງເໝິນ ຕີລາຄາສູງບັນດາໝາກຜົນ ເຊິ່ງສະມາຄົມບັນລຸໄດ້ໃນອາຍຸການຜ່ານມາ, ພ້ອມທັງສະເໜີອາຍຸການ 2018-2023, ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນຫວຽດນາມ ຂັ້ນຕ່າງໆ  ຈົ່ງສືບຕໍ່ຊາບຊຶມ ແລະຈັດຕັ້ງການປະຕິບັດຄໍາສັ່ງເລກທີ 43 ຂອງຄະນະເລຂາທິການສູນກາງພັກ ແລະໂຄງການກະທໍາແຫ່ງຊາດຂອງລັດຖະບານກ່ຽວກັບການແກ້ໄຂຜົນຮ້າຍຢ້ອນຫຼັງຈາກທາດພິດເຄມີໂດຍອາເມລິກາ ນໍາໃຊ້ໃນປາງສົງຄາມຢູ່ຫວຽດນາມ ເປັນຢ່າງດີ; ກໍ່ສ້າງ, ປັບປຸງອົງການຈັດຕັ້ງສະມາຄົມໃຫ້ໝັ້ນຄົງເຂັ້ມແຂງ, ຍົກສູງປະສິດທິຜົນໃນວຽກງານຂົນຂວາຍແຫຼ່ງກໍາລັງເອົາໃຈໃສ່ເບິ່ງແຍງດູແລ, ຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ.

leftcenterrightdel
ທ່ານ ເຈິ່ນແທງເໝິນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ກ່າວຄໍາເຫັນທີ່ກອງປະຊຸມໃຫຍ່. ພາບ: baotainguyenmoitruong.vn.

ທີ່ກອງປະຊຸມໃຫຍ່, ບັນດາຜູ້ແທນໄດ້ສຸມໃສ່ປຶກສາຫາລື, ຕີລາຄາໝາກຜົນການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ III ໄລຍະ 5 ປີ, ອາຍຸການ 2013-2018, ຊີ້ແຈ້ງບັນດາຈຸດດີ, ຂໍ້ຈໍາກັດ ແລະມາດຕະການແກ້ໄຂ.

ກອງປະຊຸມໃຫຍ່ໄດ້ດໍາເນີນການເລືອກຕັ້ງຄະນະບໍລິຫານງານສູນກາງສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ສະໄໝທີ IV ອາຍຸການ 2018-2023 ດ້ວຍສະມາຊິກ 97 ຄົນ. ທ່ານພົນໂທ ຫວຽນວັນຣີງ ສືບຕໍ່ໄດ້ເລືອກຕັ້ງເປັນປະທານສະມາຄົມ. ທ່ານນາງ ຫງວຽນທິບິ່ງ, ອະດີດຮອງປະທານປະເທດ ສືບຕໍ່ໄດ້ຮັບກຽດເປັນປະທານກິດຕິມະສັກຂອງສະມາຄົມອາຍຸການ 2018-2023.

ໂດຍ: ຫງວຽນກຸກ