ທ່ານ ເຢືອງເຕີ໋ດຖັ໋ງ, ຮອງປະທານຄະນະກໍາມະການປະຊາຊົນແຂວງຮ່າຕິ້ງ ໄດ້ແລກປ່ຽນກ່ຽວກັບໝາກຜົນການຮ່ວມມືລະຫວ່າງແຂວງຮ່າຕິ້ງ ກັບບັນດາແຂວງຂອງລາວໃນບັນດາຂົງເຂດ ຄື: ການສຶກສາບໍາລຸງສ້າງ, ສາທາລະນະສຸກ, ວັດທະນະທໍາ, ການຄ້າ, ການລົງທຶນ, ກະສິກໍາ...

leftcenterrightdel
ບັນຍາກາດທີ່ການເຮັດວຽກ. ພາບ: baohatinh.vn.

ເພື່ອແນໃສ່ເພີ່ມທະວີສາຍພົວພັນມິດຕະພາບ, ການຮ່ວມມືແບບພິເສດລະຫວ່າງແຂວງຮ່າຕິ້ງ ກັບບັນດາແຂວງຂອງລາວກວ່າອີກ, ທ່ານ  ເຢືອງເຕີ໋ດຖັ໋ງ ສະເໜີກະຊວງແຜນການ ແລະການລົງທຶນລາວ ເປັນເສນາທິການໃຫ້ລັດຖະບານລາວ ແລະບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງແກ້ໄຂສິ່ງທີ່ຍັງຄົງຄ້າງໃນບັນດາຂົງເຂດ: ການຮ່ວມມືດ້ານຄົມມະນາຄົມຂົນສົ່ງ, ເສດຖະກິດ, ການລົງທຶນ ໂດຍໄວ...

leftcenterrightdel
ທ່ານ ສຸພັນ ແກ້ວມີໄຊ, ລັດຖະມົນຕີກະຊວງແຜນການ ແລະການລົງທຶນລາວ ພ້ອມດ້ວຍຄະນະປະຕິບັດງານ ຢ້ຽມຊົມທ່າກໍາປັ່ນຫວູງອ໋າງ. ພາບ: baohatinh.vn.

ລັດຖະບານສອງປະເທດ ໄດ້ກໍານົດເສັ້ນທາງລົດໄຟ ວຽງຈັນ-ຫວູງອ໋າງ ແລະທາງດ່ວນທີ່ເຊື່ອມຕໍ່ນະຄອນຫຼວງຮ່າໂນ້ຍ-ນະຄອນຫຼວງວຽງຈັນ ແມ່ນສອງໂຄງການຍຸດທະສາດ ຄວນໄດ້ຮັບການລົງທຶນ ແລະກໍ່ສ້າງໃນໄລຍະຈະມາເຖິງ, ແນໃສ່ຕອບສະໜອງຄວາມຕ້ອງການເພີ່ມວົງເງິນການຄ້າລະຫວ່າງສອງປະເທດ ແລະສ້າງປະຖົມປັດໄຈເພື່ອຊ່ວຍໃຫ້ລາວກາຍເປັນໃຈກາງສົ່ງຕໍ່ສິນຄ້າໃນພາກພື້ນ.

ໂດຍ: ທູຈາງ