leftcenterrightdel
ພາບປະກອບຈາກ cafef.vn

ຄາດຄະເນວ່າວົງເງິນສົ່ງອອກສິນຄ້າຂອງຫວຽດນາມ ທັງປີ 2018 ອາດຈະບັນລຸລະດັບເຕີບໂຕ 10 - 12%, ວົງເງິນສົ່ງອອກສິນຄ້າບັນລຸປະມານ  239 - 240 ຕື້ໂດລາສະຫະລັດ. ໃນນັ້ນ, ຜະລິດຕະພັນກະເສດ, ສິນໃນນໍ້າຄາດວ່າບັນລຸ 27,45 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 5,3%;  ໝວດສິນຄ້າເຊື້ອເພີງ, ແຮ່ທາດຄາດວ່າບັນລຸ 4,98 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 3,8%; ສິນຄ້າອຸດສາຫະກໍາປຸງແຕ່ງຄາດຄະເນວ່າບັນລຸ 197,11 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 13%. ໃນຂະນະນັ້ນ, ວົງເງິນນໍາເຂົ້າທັງປີ 2018 ອາດຈະບັນລຸ 237 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 11,3% ເມື່ອທຽບໃສ່ປີ 2017.

ໂດຍ: ທູຈາງ