ທ່ານ ບຸນຖອງ ດີວິໄຊ ໄດ້ມອບຫຼຽນໄຊເອກະລາດ ຊັ້ນ II ໃຫ້ແກ່ທ່ານ ຫງວຽນຝູເກື່ອງ, ກຳມະການສູນກາງພັກ, ເລຂາພັກແຂວງດົ່ງນາຍ; ທ່ານ ດິງກ໊ວກທ໊າຍ, ປະທານຄະນະກຳມະການປະຊາຊົນແຂວງດົ່ງນາຍ; ມອບຫຼຽນໄຊເອກະລາດ ຊັ້ນ III ໃຫ້ທ່ານ ເຈິ່ນວັນຫວິງ, ຮອງປະທານຄະນະກຳມະການປະຊາຊົນແຂວງດົ່ງນາຍ; ມອບຫຼຽນໄຊແຮງງານຊັ້ນ I ໃຫ້ແກ່ 3 ໝູ່ຄະນະ ລວມມີ: ຫ້ອງການຄະນະພັກແຂວງ, ຫ້ອງການຄະນະກຳມະການປະຊາຊົນ ແລະພະແນກພົວພັນຕ່າງປະເທດແຂວງດົ່ງນາຍ; ມອບຫຼຽນໄຊມິດຕະພາບໃຫ້ແກ່ 5 ໝູ່ຄະນະ ແລະບຸກຄົນ 4 ຄົນ.

leftcenterrightdel
ທ່ານ ບຸນຖອງ ດີວິໄຊ ມອບຫຼຽນໄຊແຮງງານໃຫ້ແກ່ບັນດາໝູ່ຄະນະ. ພາບ: ສຳນັກຂ່າວສານຫວຽດນາມ.

ສະແດງຄວາມຂອບອົກຂອບໃຈລັດ ລາວ ທີ່ໄດ້ມອບບັນດາຂອງຂວັນອັນລ້ຳຄ່າ, ທ່ານ ຫງວຽນຝູເກື່ອງ ເລຂາພັກແຂວງໆດົ່ງນາຍ ປາດຖະໜາວ່າ, ໃນໄລຍະຈະມາເຖິງ, ການພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ ແລະ ລາວ ເວົ້າລວມ ກໍ່ຄືລະຫວ່າງແຂວງດົ່ງນາຍ ແລະບັນດາທ້ອງຖິ່ນຂອງລາວເວົ້າສະເພາະຈະພັດທະນາຢ່າງບໍ່ຢຸດຢັ້ງ.

ໂດຍ: ແສງເດືອນ