ຮ້ານວາງສະແດງຫວຽດນາມ ທີ່ເຂົ້າຮ່ວມງານຕະຫຼາດນັດດ້ວຍ logo ເຂົ້າສານຫວຽດນາມ – VietNam Organic Rice ໄດ້ດຶງດູດຄວາມສົນໃຈຈາກຜູ້ມາຢ້ຽມຊົມເປັນຈຳນວນຫຼວງຫຼາຍ. ຜູ້ມາຢ້ຽມຊົມສ່ວນຫຼາຍແມ່ນຜູ້ຊົມໃຊ້ນິວຊີແລນ ລ້ວນແຕ່ຕີລາຄາສູງຄຸນນະພາບ ແລະລາຄາເໝາະສົມຂອງບັນດາຜະລິດຕະພັນເຂົ້າສານຂອງຫວຽດນາມ.

leftcenterrightdel
ບັນດາຜະລິດຕະພັນເຂົ້າສານຂອງຫວຽດນາມ ໄດ້ແນະນຳຢູ່ງານຕະຫຼາດນັດ. ພາບ: ສຳນັກຂ່າວສານຫວຽດນາມ.

ບໍລິສັດ Integrity Plus Limited ແມ່ນບໍລິສັດແຈກຢາຍບັນດາຜະລິດຕະພັນນີ້ຢູ່ຕະຫຼາດນິວຊີແລນ. ງານຕະຫຼາດນັດແມ່ນໂອກາດເພື່ອສຳຫຼວດຄວາມຕ້ອງການຢູ່ຕະຫຼາດ. ຕາມນັ້ນແລ້ວ, ນັບແຕ່ຕົ້ນປີ 2019, ຜະລິດຕະພັນເຂົ້າສານມີເຄື່ອງໝາຍການຄ້າ OrgaGro ຂອງຫວຽດນາມ 7 ປະເພດ ຈະຖືກນຳເຂົ້າລະບົບຂາຍຍ່ອຍຂອງລະບົບຮ້ານຊັບພະສິນຄ້າສັງກັດກຸ່ມບໍລິສັດ Foodstuff ຂອງນິວຊີແລນ.

ງານຕະຫຼາດນັດ Go Green Expo 2018 ແມ່ນງານວາງສະແດງປະຈຳປີກ່ຽວກັບວິຖີຊີວິດຂຽວ ແລະຍືນຍົງ. ງານຕະຫຼາດນັດຄັ້ງນີ້ດຶງດູດນັບຮ້ອຍວິສາຫະກິດເຂົ້າຮ່ວມ ກໍ່ຄືຜູ້ຕາງໜ້າບັນດາບໍລິສັດແຈກຢາຍ, ບໍລິສັດນຳເຂົ້າມາຊອກຮູ້.

ໂດຍ: ທູຮັ່ງ