ພາຍຫຼັງການເຮັດວຽກ, ພົບປະກັບສະຫະສະມາຄົມປຸງແຕ່ງ ແລະສົ່ງອອກສິນໃນນໍ້າຫວຽດນາມ (VASEP), ບັນດາບໍລິສັດ ແລະສະຫະສະມາຄົມຫາປາຂອງຫວຽດນາມ ບັນດາສະມາຊິກຄະນະກໍາມະການອາຊີບຫາປາຂອງລັດຖະສະພາເອີຣົບ ໄດ້ຕີລາຄາສູງຕໍ່ບັນດາຄວາມມານະພະຍາຍາມຂອງຫວຽດນາມ ແລະປະກາດການຕີລາຄາດັ່ງກ່າວໃນພາຫະນະສື່ມວນຊົນຂອງເອີຣົບ.  ພ້ອມກັນນັ້ນ, ຄະນະຜູ້ແທນເອີຣົບກໍຕີລາສູງການແລກປ່ຽນ, ປຶກສາຫາລືຢ່າງເປີດອົກເປີດໃຈ, ກົງໄປກົງມາ ແລະການຮ່ວມມືສ້າງສັນຂອງບັນດາອົງການມີໜ້າທີ່ຮັບຜິດຊອບ, ບັນດາອົງການອາຊີບຫາປາທີ່ກ່ຽວຂ້ອງຂອງຫວຽດນາມ. ກົດໝາຍວ່າດ້ວຍສິນໃນນໍ້າຂອງຫວຽດນາມ ມີການປັບປຸງຫຼາຍພໍສົມຄວນແນ່ນອນວ່າຈະເພີ່ມຄວາມສາມາດໃນການແກ້ໄຂ ແລະສະກັດກັ້ນບັນດາການກະທໍາຂຸດຄົ້ນ IUU ຢູ່ບັນດາເຂດທະເລຂອງຫວຽດນາມ ແລະຊົມເຊີຍການປະກາດໃຊ້ປື້ມປົກຂາວກ່ຽວກັບການຕ້ານການຂຸດຄົ້ນ IUU ຢູ່ຫວຽດນາມ ຂອງ VASEP.

leftcenterrightdel
ຄະນະຜູ້ແທນລັດຖະສະພາເອີຣົບ ຕີລາຄາສູງບັນດາຄວາມມານະພະຍາຍາມຕ້ານການຂຸດຄົ້ນ IUU ຂອງຫວຽດນາມ. ພາບ: vietnambiz.vn

ບັນດາສະມາຊິກຂອງຄະນະປະຕິບັດງານໄດ້ຮັບຮອງບັນດາຄວາມມານະພະຍາຍາມທາງການເມືອງຂອງຫວຽດນາມ ໃນການໃຫ້ຄໍາໝັ້ນສັນຍາແກ້ໄຂບັນດາບັນຫາກ່ຽວກັບການຂຸດຄົ້ນ IUU. ພ້ອມທັງເນັ້ນໜັກວ່າຫວຽດນາມມີແຫຼ່ງຊັບພະຍາກອນມະນຸດ ແລະການເງິນພຽງພໍເພື່ອປະຕິບັດສິ່ງດັ່ງກ່າວ. ຄະນະຜູ້ແທນກໍ່ກໍານົດຄວາມສໍາຄັນຂອງສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະ ອີຢູ (EVFTA) ແລະເນັ້ນໜັກວ່າຄວນເຮັດແຈ້ງກ່ຽວກັບການຮ່ວມມືລະຫວ່າງສອງຝ່າຍໃນການຕໍ່ສູ້ຕ້ານການຂຸດຄົ້ນ IUU ໃນໂຄງການພັດທະນາການຄ້າແບບຍືນຍົງຂອງສັນຍາສະບັບດັ່ງກ່າວ.

ແຫຼ່ງຄັດຈາກ: vovworld.vn