leftcenterrightdel
ທ່ານ ຫວູໝາວ, ປະທານສະມາຄົມມິດຕະພາບຫວຽດນາມ - ກຳປູເຈຍ  ກ່າວຄຳເຫັນທີ່ພິທີ. ພາບ: vufo.org.vn.

ກ່າວຄຳເຫັນທີ່ພິທີ, ທ່ານ ຫວູໝາວ, ປະທານສະມາຄົມມິດຕະພາບຫວຽດນາມ - ກຳປູເຈຍ ໄດ້ສົ່ງຄຳອວຍພອນອັນດີງາມມາຍັງປະຊາຊົນກຳປູເຈຍ ເນື່ອງໃນໂອກາດສະເຫຼີມສະຫຼອງ 65 ປີ ແຫ່ງວັນສະຖາປະນາລາຊະອານາຈັກກຳປູເຈຍ. ທ່ານ ຫວູໝາວ ເນັ້ນໜັກວ່າ, ຫວຽດນາມ ແລະກຳປູເຈຍ ແມ່ນສອງປະເທດບ້ານໃກ້ເຮືອນຄຽງທີ່ມີສາຍພົວພັນສາມັກຄີມິດຕະພາບ ແລະການຮ່ວມມືມາແຕ່ດຶກດຳບັນ. ເພື່ອແນໃສ່ປະກອບສ່ວນປັບປຸງ, ເພີ່ມທະວີນ້ຳໃຈສາມັກຄີລະຫວ່າງປະຊາຊົນສອງປະເທດ, ສະມາຄົມມິດຕະພາບຫວຽດນາມ - ກໍາປູເຈຍ ໄດ້ສົມທົບກັບບັນດາອົງການກ່ຽວຂ້ອງຂອງສອງປະເທດຢ່າງແໜ້ນແຟ້ນເພື່ອຜັນຂະຫຍາຍຫຼາຍການເຄື່ອນໄຫວທີ່ມີຄວາມໝາຍ ຄື: ຊ່ວຍເຫຼືອນັກຮຽນກຳປູເຈຍ ຢູ່ຫວຽດນາມ; ການພົບປະມິດຕະພາບ ແລະການຮ່ວມມືລະຫວ່າງປະຊາຊົນຫວຽດນາມ - ກໍາປູເຈຍ ຄັ້ງທີ IV ທີ່ນະຄອນໂຮ່ຈິມິນ, ບິ່ງເຢືອງ ແລະບ່າເຣ້ຍ - ຫວູງເຕົ່າ...

leftcenterrightdel
ລາຍການສະແດງສິລະປະຂອງສອງຝ່າຍ. ພາບ: vufo.org.vn.

ເນື່ອງໃນໂອກາດນີ້, ທ່ານ Prak Nguon Hong ເອກອັກຄະລັດຖະທູດ ກຳປູເຈຍ ສະແດງຄວາມຂອບອົກຂອບໃຈຕໍ່ການສະໜັບສະໜູນ, ການຊ່ວຍເຫຼືອຂອງຫວຽດນາມ ໃຫ້ປະຊາຊົນ ກຳປູເຈຍ ໃນການຕໍ່ສູ້ປົດປ່ອຍປະເທດຊາດ ແລະໃນກິດຈະການສ້າງສາ ແລະພັດທະນາປະເທດ. ທ່ານ Prak Nguon Hong ເຊື່ອໝັ້ນວ່າຄວາມສາມັກຄີແມ່ນພື້ນຖານໝັ້ນຄົງ, ເຂັ້ມແຂງ ເພື່ອໃຫ້ສອງປະເທດສືບຕໍ່ປັບປຸງການພົວພັນມິດຕະພາບ, ການຮ່ວມມືໃນອະນາຄົດ.

ໂດຍ: ແສງເພັດ