ກ່າວຄໍາເຫັນທີ່ພິທີ, ທ່ານພົນໂທ ເຈິ່ນເດີນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ  ຢັ້ງຢືນວ່າ, ງານຕະຫຼາດນັດການຄ້າຫວຽດນາມ 2018 ແມ່ນເຫດການດ້ານເສດຖະກິດ-ການເມືອງສໍາຄັນ, ປະກອບສ່ວນຊຸກຍູ້ການພົວພັນມິດຕະພາບ ຄວາມສາມັກຄີລະຫວ່າງສອງປະເທດ,  ທັງແມ່ນໂອກາດເພື່ອໃຫ້ບັນດາວິສາຫະກິດຫວຽດນາມເວົ້າລວມ ແລະບັນດາວິສາຫະກິດກອງທັບເວົ້າສະເພາະເພີ່ມທະວີການຮ່ວມມື, ຊອກຫາຂໍ້ມູນຂ່າວສານ, ຄວາມສາມາດບົ່ມຊ້ອນ, ລູກຄ້າ, ຄູ່ຮ່ວມມືດ້ານການຄ້າ ແລະເປີດກວ້າງການພົວພັນແລກປ່ຽນການຄ້າ ກັບບັນດາວິສາຫະກິດກໍາປູເຈຍ. ທ່ານພົນໂທ ເຈິ່ນເດີນ ສະແດງຄວາມເຊື່ອໝັ້ນວ່າ, ງານຕະຫຼາດນັດເປັນຂົວເຊື່ອມຕໍ່ຢ່າງມີປະສິດທິຜົນ ແລະຈະສ້າງຄວາມປະທັບໃຈຢ່າງເລິກເຊິ່ງ, ດີງາມຕໍ່ປະຊາຊົນກໍາປູເຈຍ.

leftcenterrightdel
ຜູ້ແທນເຂົ້າຮ່ວມພິທີໄຂງານຕະຫຼາດນັດການຄ້າ ຫວຽດນາມ  2018 ຢູ່ກໍາປູເຈຍ. ພາບ: nhandan.com.vn.

ດ້ວຍຮ້ານວາງສະແດງແນະນໍາສິນຄ້າ, ການບໍລິການກວ່າ 200 ຮ້ານ ຂອງ 150 ວິສາຫະກິດສອງປະເທດ, ຜະລິດຕະພັນທີ່ໄດ້ນຳມາວາງສະແດງທີ່ງານຕະຫຼາດນັດເກືອບທັງໝົດແມ່ນບັນດາຜະລິດຕະພັນທີ່ມີຄຸນນະພາບສູງ ແລະມີເຄື່ອງໝາຍການຄ້າຂອງຫວຽດນາມ. ງານຕະຫຼາດນັດຈະດໍາເນີນໄປຮອດວັນທີ 11 ພະຈິກ ຈຶ່ງອັດລົງ.

ໂດຍ: ທູຈາງ